ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ພະຈິກ 2020 ທີ່ສູນການຮ່ວມມື ແລະ ເຝິກອົບຮົມສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ມີບັນດາແຂກຖືກເຊີນຈາກກະຊວງ ອົງການອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ ອາວຸໂສບຳນານ ແລະ ຜູ້ແທນສົມບູນສົມບູນເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດໃນ 5 ປີ ຜ່ານມາ ຜ່ານທິດທາງແຜນພັດທະນາວຽກງານ 5 ປີຕໍ່ໜ້າ (2021-2025) ໃນນັ້ນ ມີ 6 ແຜນງານ ແລະ 58 ວຽກງານຈຸດສຸມ ເພື່ອແນໃສ່ການພັດທະນາວຽກງານຮອບດ້ານຂອງຂະແໜງການຕ່າງປະເທດ ຈາກນັ້ນ ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກກະຊວງການຕ່າງປະເທດຊຸດໃໝ່ ແລະ ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກສະຫາຍທອງລຸນ ສີສຸລິດ ນາຍົກລັດຖະມົນຕີຕື່ມອີກ.

ມາຮອດປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດທັງໝົດ 143 ປະເທດ ທຽບໃສ່ປີ 2015 ເພີ່ມຂຶ້ນ 5 ປະເທດ ແລະ ມີສາຍພົວພັນກັບ 139 ພັກການເມືອງຈາກ 85 ປະເທດໃນໂລກ ມີສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ 40 ແຫ່ງ ທີ່ແຈກຢາຍຢູ່ 27 ປະເທດ ໃນນັ້ນ ປະກອບມີສະຖານເອກອັກຄະລັດຖະທູດ 26 ແຫ່ງ ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 10 ແຫ່ງ ຫ້ອງການກົງສຸນ 1 ແຫ່ງ ແລະ ມີກົງສຸນກິດຕິມະສັກຂອງ ສປປ ລາວ 17 ປະເທດ ໃນ 5 ປີຜ່ານມາ ໄດ້ສ້າງຕັ້ງສະຖານກົງສຸນໃຫຍ່ເພີ່ມ 2 ແຫ່ງຄື: ຢູ່ນະຄອນຊາງຊາ ສປ ຈີນ ແລະ ແຂວງຊຽງແຕງ ລາຊະອານາຈັກກໍາປູເຈຍ ມີສະຖານທູດຂອງຕ່າງປະເທດປະຈຳຢູ່ ສປປ ລາວ 28 ແຫ່ງ ສະຖານກົງສຸນໃຫຍ່ 6 ແຫ່ງ ອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ 18 ອົງການ ແລະ ກົງສຸນກິດຕິມະສັກ 18 ປະເທດ.
# ພາບ & ຂ່າວ: ລັດເວລາ