ເຊີນຊົມງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ

    ຖະແຫຼງຂ່າວ ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈັດຂຶ້ນວັນທີ 4 ພະຈິກ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ (ນວ) ໂດຍຮັບການສະໜັບສະໜູນຈາກອົງການ GIZ ໂດຍມີທ່ານນາງ ດາລານີ ພົມມະວົງສາ ຫົວໜ້າຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)  ມີທ່ານ ຮອງຫົວໜ້າ ກົມພັດທະນາການທ່ອງທ່ຽວ ບັນດາທ່ານຜູ້ຕາງໜ້າຈາກອະນຸກໍາມະການຮັບຜິດຊອບຈັດງານວາງສະແດງແນວທາງການພັດທະ ນາການທ່ອງທ່ຽວແບບຍືນຍົງອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ການຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-7 ພະຈິກ 2020 ໃນໄລຍະຜ່ານມາ ການຈັດງານວາງສະແດງໃນລັກສະນະດັ່ງກ່າວນີ້ ສປປ ລາວ ພວກເຮົາໄດ້ຈັດຜ່ານມາແລ້ວ 2 ຄັ້ງ ເປັນງານພາຍໃນປະເທດຄັ້ງທີ 2 ໄດ້ຈັດທີ່ແຂວງຫຼວງພະບາງ ໃນປີ 2018 ຄັ້ງທີ 2 ຈັດຂຶ້ນທີ່ ນວ ໃນປີ 2019 ຍ້ອນເຫັນໄດ້ຜົນສໍາເລັດໃນການຈັດງານວາງສະແດງດັ່ງກ່າວໃນ 2 ປີທີ່ຜ່ານມາ ປີນີ້ ກະຊວງ ຖວທ ຈຶ່ງໄດ້ຍົກລະດັບງານດັ່ງກ່າວນີ້ຂຶ້ນເປັນລະດັບອາຊຽນ ເປັນຄັ້ງທໍາອິດຂອງຂົງເຂດທ່ອງທ່ຽວໃນລະດັບພາກພື້ນທີ່ໄດ້ລິເລີ່ມຈັດງານດັ່ງກ່າວນີ້ຂຶ້ນມາ.

    ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໃຫ້ບັນດາທຸລະກິດການທ່ອງທ່ຽວ ເປັນຕົ້ນແມ່ນທຸລະກິດສະຖານທີ່ພັກແຮມ ສະຖານທີ່ທ່ອງທ່ຽວ ບໍລິສັດທ່ອງທ່ຽວ ທຸລະກິດຈໍາໜ່າຍເຄື່ອງຫັດຖະກໍາ ແລະ ກະສິກໍາ ແລະ ການນໍາໃຊ້ພະລັງງານທົດແທນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ຂອງ ສປປ ລາວ ໂດຍສະເພາະແມ່ນເປົ້າໝາຍທີ 12: ການຜະລິດ ແລະ ການບໍລິໂພກທີ່ມີຄວາມຮັບຜິດ ຊອບ ເຊິ່ງໄດ້ກໍານົດໃນຕົວຊີ້ບອກຂອງກະຊວງ ຖວທ ຮອດປີ 2025 ທຸລະກິດທ່ອງທ່ຽວຂອງ ສປປ ລາວ: ສະຖານທີ່ພັກແຮມ ຮ້ານອາຫານ ແລະ ຮ້ານກິນດື່ມ ຫຼຸດຜ່ອນການນໍາໃຊ້ອຸປະກອນປລາສຕິກ ແລະ ກ່ອງໂຟມ ຫຼາຍກວ່າ 50% ເພື່ອໂຄສະນາອາຊຽນ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ ເປັນເວທີພົບປະແລກປ່ຽນທຸລະກິດ ແລະ ທຸລະກິດຢູ່ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການດໍາເນີນທຸລະກິດໃຫ້ມີຄວາມຍືນຍົງ ສ້າງໃຫ້ເປັນງານວາງສະແດງການທ່ອງທ່ຽວຕົວແບບທີ່ມີຄວາມຍືນຍົງໃນອາຊຽນ.

    ສຳລັບກິດຈະກໍາຫຼັກຂອງງານ ວັນທີ 5-6 ພະຈິກ 2020 ແມ່ນງານວາງສະແດງ ແລະ ງານສໍາມະນາທາງໄກ ໂດຍຜ່ານລະບົບອອນລາຍ ວັນທີ 6-7 ພະຈິກ ປີ 2020 ຈະແມ່ນງານວາງສະແດງ ງານສໍາມະນາຫຼາຍຫົວຂໍ້ ແລະ ງານແຂ່ງຂັນປຸງແຕ່ງອາຫານລາວ ຢູ່ທີ່ໂຮງແຮມຄຣາວພລາຊາ ນວ ງານວາງສະແດງທາງໄກ ພາກສ່ວນທີ່ເຂົ້າຮ່ວມວາງສະແດງທາງໄກຈໍານວນທັງໝົດ 20 ພາກສ່ວນ ໃນນີ້ ຈາກ ສປປ ລາວ ຈໍານວນ 2 ຫ້ອງ ຈາກ ສສ ຫວຽດນາມ 5 ຫ້ອງ ຈາກອິນໂດເນເຊຍ 3 ຫ້ອງ ຈາກສິງກະໂປ 2 ຫ້ອງ ຈາກມາເລເຊຍ 1 ຫ້ອງ ຈາກໄທ 4 ຫ້ອງ ອົດສະຕຣາລີຈໍານວນ 1 ຫ້ອງ ປະເທດຝຣັ່ງ ຈໍານວນ 1 ຫ້ອງ ແລະ ແອັດສະປາຍ 1 ຫ້ອງ.

    ຜູ້ເຂົ້າຮ່ວມທຸກຄົນສາມາດເຂົ້າຮ່ວມງານວາງສະແດງທາງໄກ ແລະ ເວທີສົນທະນາທາງໄກໄດ້ ໂດຍລົງທະບຽນທາງເວັບໄຊທີ່ບໍ່ເສຍຄ່າ ແລະ ບໍ່ຈໍາກັດຈໍານວນຜູ້ເຂົ້າຮ່ວມ ສໍາລັບເວທີສົນທະນາ ແລະ ເວທີສໍາມະນາທາງໄກນີ້ ຈະດໍາເນີນເປັນພາສາອັງກິດ ແລະ ຈະມີນາຍພາສາແປເປັນພາສາລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ເຂົ້າຮ່ວມຈາກ ສປປ ລາວ.

# ພາບ & ຂ່າວ: ບຸນມີ

error: Content is protected !!