ທົ່ວປະເທດ ມີຜູ້ເສຍຊີວິດຈາກອຸບັດເຫດຈຳນວນ 79 ຄົນ

    ຈາກຂໍ້ມູນຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນ ເດືອນຕຸລາ 2020 ຜ່ານມາ ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 604 ກໍລະນີ ມີຜູ້ເສຍຊີວິດຈຳນວນ 79 ຄົນ ທຽບໃສ່ເດືອນກັນຍາ ການເກີດອຸບັດເຫດແມ່ນເພີ່ມຂຶ້ນ 107 ກໍລະນີ ສ່ວນຄົນເສຍຊີວິດແມ່ນຫຼຸດລົງ 3 ຄົນ ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນສະຫວັນນະເຂດ ຮອງລົງມາແມ່ນນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ລວມມູນຄ່າຄວາມເສຍຫາຍທັງໝົດປະມານ 10 ຕື້ກວ່າກີບ.

    ການເກີດອຸບັດເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 1.074 ຄັນ ໃນນີ້ ເປ່ເພເລັກໜ້ອຍ 520 ຄັນ ສົມຄວນ 535 ຄັນ ໃຊ້ການບໍ່ໄດ້ 19 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 943 ຄົນ ໃນນີ້ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 467 ຄົນ ສົມຄວນ 381 ຄົນ ສາຫັດ 85 ຄົນ ແລະ ມີຄົນເສຍຊີວິດທັງໝົດ 79 ຄົນ ຍິງ 27 ຄົນ ເຊິ່ງການເກີດອຸບັດເຫດສ່ວນໃຫຍ່ ແມ່ນເກີດມາຈາກນັກຂັບຂີ່ດື່ມສິ່ງມຶນເມົາ 129 ກໍລະນີ ແລະ ໃຊ້ຄວາມໄວເກີນກວ່າກົດໝາຍກຳນົດ 76 ກໍລະນີ ແລະ ອື່ນໆ.


                         # ພາບ & ຂ່າວ: ຊິລິການດາ

error: Content is protected !!