ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອນໄຫວເຮັດວຽກ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເຊໂປນ ແລະ ເມືອງພີນ ແຂວງສະຫວັນນະເຂດ ວັນທີ 4 ພະຈິກ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍບັນດາເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ບຸນລົບ ໂຄດຫຼັກຄໍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ຮອງຫົວໜ້າຄະນະກໍາມະການຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານວ່າ: ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມແຕ່ວັນທີ 7 ຕຸລາ 2020 ເປັນຕົ້ນມາ ໃນນີ້ ມີ 8 ເມືອງ 144 ບ້ານ (ເມືອງສອງຄອນ 16 ບ້ານທ່າປາງທອງ 4 ບ້ານ ຈໍາພອນ 18 ບ້ານ ຊົນນະບູລີ 15 ບ້ານ ເຊໂປນ 51 ບ້ານ ພີນ 25 ບ້ານ ວິລະບູລີ 11 ບ້ານ ແລະ ເມືອງນອງ 4 ບ້ານ) ໄດ້ຍົກຍ້າຍປະຊາຊົນໄປຢູ່ບ່ອນປອດໄພ 79 ບ້ານ 7.269 ຄອບຄົວ 43.732 ຄົນ ເຮືອນເປ່ເພ 120 ຫຼັງ ໃນນີ້ ນໍ້າໄຫຼພັດເສຍຫາຍໝົດຫຼັງ 85 ຫຼັງ ເສຍຊີວິດ 2 ຄົນ ເນື້ອທີ່ນາຖືກນໍ້າຖ້ວມ 29.590 ກວ່າເຮັກຕາ ໄມ້ອຸດສາຫະກໍາ ແລະ ພືດຜັກຕ່າງໆ 607 ເຮັກຕາ ໜອງປາ 2.683 ໜອງ ສັດລ້ຽງຕາຍ-ສູນຫາຍ 3.476 ໂຕ ສັດປີກ 4.863 ໂຕ ລະບົບຊົນລະປະທານ 53 ໂຄງການ ເສັ້ນທາງ 72 ເສັ້ນ ຂົວ 13 ແຫ່ງ ນອກນີ້ ດ້ານພະ ລັງງານ ການສຶກສາ ສາທາລະນະສຸກ ແລະ ໂຄງລ່າງພື້ນຖານອື່ນໆ ກໍໄດ້ຮັບຜົນກະທົບເປັນບໍລິເວນກວ້າງ ແລະ ເສຍຫາຍຢ່າງໜັກໜ່ວງ ປັດຈຸບັນກໍາລັງຢູ່ໃນຂັ້ນຕອນປະເມີນຄວາມເສຍຫາຍລະອຽດ ເພື່ອກະກຽມການຟື້ນຟູ.
ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມພື້ນທີ່ຕົວຈິງ ແລະ ສະແດງຄວາມເຫັນໃຈຕໍ່ຜູ້ໄດ້ຮັບຜົນກະທົບ ພ້ອມທັງສະແດງຄວາມຊົມເຊີຍອໍານາດການປົກຄອງທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອ-ບັນເທົາທຸກແກ່ເຂົາເຈົ້າ ນອກນີ້ ທ່ານຍັງໄດ້ໃຫ້ກໍາລັງແກ່ຜູ້ໄດ້ຮັບຜົນກະທົບ ພ້ອມກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ແລະ ໄດ້ມອບເຂົ້າ 38 ໂຕນ ເງິນ 52 ລ້ານກີບກີບ ພ້ອມເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 347.462.000 ກີບ ໃຫ້ເມືອງເຊໂປນ ແລະ ມອບເຂົ້າ 9,5 ໂຕນ ເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 78.840.500 ກີບ ໃຫ້ເມືອງພີນຕື່ມອີກ.


# ພາບ & ຂ່າວ: ສະບາໄພ