ສະຫວັນນະເຂດ ໄດ້ຮັບການຊ່ວຍເຫຼືອນໍ້າດື່ມຈາກບໍລິສັດເບຍລາວ ມູນຄ່າ 74 ລ້ານກີບ

    ວັນທີ 4 ພະຈິກ 2020 ນີ້ ທີ່ຫ້ອງວ່າການແຂວງສະຫວັນນະເຂດ ບໍລິສັດເບຍລາວຈຳກັດ ນຳໂດຍທ່ານ ໃຈເພັດ ບູລົມ ຜູ້ຈັດການຝ່າຍຂາຍປະຈຳພາກກາງ ພ້ອມດ້ວຍພະນັກງານບໍລິສັດເບຍລາວ ຈຳກັດ ໄດ້ນຳເອົານ້ຳດື່ມກາຫົວເສືອຂະໜາດ 1,5 ລິດຈຳນວນ 4.000 ແພັກ ມູນຄ່າ 74 ລ້ານກີບ ມາມອບໃຫ້ກັບການນຳແຂວງສະຫວັນນະເຂດ ເພື່ອນຳໄປແຈກຢາຍຕໍ່ໃຫ້ກັບປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຈຳນວນ 8 ຕົວເມືອງພາຍໃນແຂວງສະຫວັນນະເຂດ ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍແມ່ນທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ.

    ໂອກາດນີ້ ທ່ານ ໃຈເພັດ ບູລົມ ໄດ້ກ່າວວ່າ: ການມອບນ້ຳດື່ມໃນຄັ້ງນີ້ ກໍແມ່ນເປັນການແບ່ງປັນນ້ຳໃຈຈາກບໍລິສັດເບຍລາວ ແລະ ທັງເປັນການຊ່ວຍເຫຼືອບັນເທົາທຸກໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມ ທີ່ກຳລັງລຳບາກ ແລະ ມີຄວາມຈຳເປັນທາງດ້ານນ້ຳດື່ມ.

    ນອກຈາກນີ້ ວັນທີ 7 ພະຈິກທີ່ຈະມາເຖິງ ທາງກຸ່ມຄອບຄົວບໍລິສັດເບຍລາວຈາກນະຄອນຫຼວງວຽງຈັນ ຍັງຈະໄດ້ສືບຕໍ່ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ລົງມອບໃຫ້ກັບປະຊາຊົນຈຳນວນ 601 ຄອບຄົວ ໃນ 4 ບ້ານ ເຊິ່ງປະກອບມີບ້ານນາທັງ ພະແລງ ດອນມ່ວງ ແລະ ບ້ານຊະແຍກ ຂອງເມືອງສອງຄອນ ທີ່ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ ເຊິ່ງເຄື່ອງຈະນຳມາມອບດັ່ງກ່າວ ລວມມູນຄ່າເປັນເງິນທັງໝົດ 30 ລ້ານກວ່າກີບ.

    ໂອກາດນີ້ ທ່ານຮອງເຈົ້າແຂວງກໍຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ກັບບໍລິສັດເບຍລາວຈຳກັດ ແລະ ໄດ້ກ່າວວ່າ ຈະນຳເອົານ້ຳດື່ມຈຳນວນດັ່ງກ່າວໄປມອບຕໍ່ໃຫ້ເຖິງມືປະຊາຊົນທີ່ຖືກຜົນກະທົບຢ່າງທົ່ວເຖິງ ແລະ ໄວທີ່ສຸດ.


                       
# ພາບ & ຂ່າວ: ສີພອນ

error: Content is protected !!