ກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 24 (24th GMS Ministerial Meeting) ຈັດຂຶ້ນວັນທີ 4 ພະຈິກ 2020 ພາຍໃຕ້ການເປັນເຈົ້າພາບຂອງ ສປ ຈີນ ໂດຍຜ່ານການສື່ສານວິດີໂອທາງໄກ ເປັນປະທານຮ່ວມຂອງທ່ານ ນາງ ຊູ ເຈຍຢີ (Zou Jiayi) ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປ ຈີນ ແລະ ທ່ານ ອາເມັດ ເອັມ ສາອີດ (Ahmed M. Saeed) ຮອງປະທານທະນາຄານພັດທະນາອາຊີ ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະ ແລະ ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມ.

ກອງປະຊຸມ ໄດ້ຮັບກຽດກ່າວເປີດໂດຍທ່ານ ລີວ ການ (Liu Kun) ລັດຖະມົນຕີກະຊວງການເງິນແຫ່ງ ສປ ຈີນ ເຊິ່ງກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 24 ໄດ້ດຳເນີນການປຶກສາຫາລືພາຍໃຕ້ຫົວຂໍ້ “ການກຳນົດທິດທາງ ເພື່ອກ້າວໄປສູ່ການເຊື່ອມໂຍງ ຄວາມຈະເລີນຮູ່ງເຮືອງ ຄວາມຍືນຍົງ ແລະ ການມີສ່ວນຮ່ວມໃນອະນຸພາກພື້ນແມ່ນ້ຳຂອງທີ່ສູງຂຶ້ນ (Paving the Way to a More Integrated Prosperous Sustainable and Inclusive GMS)” ກອງປະຊຸມດັ່ງກ່າວ ເປັນກອງປະຊຸມປຶກສາຫາລືລະດັບລັດຖະມົນຕີຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (GMS) ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນງານຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນ້ຳຂອງໃຫ້ມີປະສິດທິຜົນສູງ ຕໍ່ບັນດາປະເທດສະມາຊິກ ໂດຍສະເພາະແມ່ນການສ້າງ “ຊຸມຊົນ” ໃຫ້ມີຊີວິດການເປັນຢູ່ທີ່ດີກວ່າ ເພີ່ມທະວີ “ການເຊື່ອມໂຍງ” ແລະ ຍົກສູງ “ຄວາມສາມາດໃນການແຂ່ງຂັນ”.


# ພາບ & ຂ່າວ: ຊິລິການດາ