ສະຖານທູດຈີນປະຈຳລາວ ປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາແຂວງພາກໃຕ້ ມູນຄ່າ 5.000 ໂດລາສະຫະລັດ ປະມານ 46 ກວ່າລ້ານກີບ ໃນວັນທີ 4 ພະຈິກ 2020 ທີ່ອົງການການແດງລາວ ກ່າວມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວຮັບໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ຈ່ຽງ ຈ້າຍຕົ່ງ ກ່າວວ່າ: ເງິນຈຳນວນທີ່ມາມອບນີ້ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ຂອງລາວ ຈົນເຮັດໃຫ້ເນື້ອທີ່ເຮັດການຜະລິດ ເຮືອນຊານປະຊາຊົນ ສັດລ້ຽງ ແລະ ໄຮ່ນາຮົ້ວສວນຂອງປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ເຖິງຈະບໍ່ຫຼາຍ ແຕ່ກໍຄົງຊ່ວຍບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ພ້ອມຢືນຢັນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກາແດງ ລາວໃນວຽກງານມະນຸດສະທຳ ແລະ ຖ້າຫາກເກີດກໍລະນີສຸກເສີນໃນຕໍ່ໜ້າ.

ໂອການນີ້ ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ສະແດງຄວາມຂອບໃຈມາຍັງສະຖານທູດຈີນປະຈຳລາວ ທີ່ໄດ້ນຳເງິນມູນຄ່າ 5.000 ພັນໂດລາ ປະມານ 46 ລ້ານກວ່າກີບມາຊ່ວຍແບ່ງເບົາຄວາມສູນເສຍຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງໄລຍະຜ່ານມາ ລັດຖະບານຈີນ ກໍຄືປະຊາຊົນຈີນກໍໄດ້ໃຫ້ການຊ່ວຍເຫຼືອເປັນຈຳນວນຫຼວງຫຼາຍ ແລະ ການຊ່ວຍເຫຼືອຄັ້ງນີ້ ແມ່ນຈະນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນໄປແຈກຢາຍໃຫ້ເຂົາເຈົ້າໃນໄວໆ ໂດຍຈະມີການສົບທົບກັບອຳນາດການປົກຄອງທ້ອງຖິ່ນ ເຂດພື້ນທີ່ທີ່ໄດ້ຮັບຜົນກະທົບ ເພື່ອຈະໄດ້ແຈກຢາຍເຖິງກຸ່ມເປົ້າໝາຍໃຫ້ທົ່ວເຖິງ.
# ພາບ & ຂ່າວ: ບຸນມີ