ກໍລະນີການເສຍຊີວິດຂອງ ແຊດວິກ ໂບສ ແມນ ນັກສະແດງຄົນດັງຜູ້ຮັບບົດ Black Panther ດ້ວຍພະຍາດມະເຮັງລຳໄສ້ ໃນໄວ ພຽງ 43 ປີ ຖືວ່າສອດຄ່ອງກັບການສຶກສາຂອງ ນັກວິໄຈທີ່ພົບວ່າຜູ້ທີ່ປ່ວຍດ້ວຍພະຍາດມະເຮັງ ລຳໄສ້ ເລີ່ມມີອາຍຸໜ້ອຍລົງເລື້ອຍໆ.
ລາຍງານຈາກສະມາຄົມພະຍາດມະເຮັງແຫ່ງ ສະຫະລັດອາເມຣິກາ (American Cancer Society) ລະບຸວ່າ ອາຍຸສະເລ່ຍຂອງຄົນເຈັບທີ່ ໄດ້ຮັບການວິນິດໄສວ່າປ່ວຍດ້ວຍພະຍາດມະເຮັງ ລຳໄສ້ໃຫຍ່ (Colon Cancer) ແລະ ລຳໄສ້ຊື່ (Rectal Cancer) ໃນປີ 1989 ຢູ່ທີ່ 72 ປີ ແຕ່ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ອາຍຸສະເລ່ຍ ຂອງຜູ້ປ່ວຍຫຼຸດໜ້ອຍລົງເປັນລຳດັບ.
ຈາກການເກັບສະຖິຕິຫຼ້າສຸດເມື່ອປີ 2017 ໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດອາເມຣິກາ (CDC) ພົບວ່າມີຄົນເຈັບ ໃນສະຫະລັດເສຍຊີວິດດ້ວຍພະຍາດນີ້ສູງເຖິງ 52.547 ຄົນ ຂະນະທີ່ອາຍຸສະເລ່ຍກໍຫຼຸດລົງມາຢູ່ທີ່ 45-50 ປີ.
ໂດຍໄລຍະລະຫວ່າງປີ 2012-2016 ພົບວ່າ ຄົນເຈັບພະຍາດມະເຮັງທີ່ມີອາຍຸໜ້ອຍກວ່າ 50 ປີ ມີຈຳນວນເພີ່ມຂຶ້ນ 2,2% ເຊິ່ງລວມເຖິງກໍ ລະນີທີ່ພົບເນື້ອງອກໃນລຳໄສ້ໃຫຍ່ ແລະ ລຳໄສ້ ຊື່ດ້ວຍ ຂະນະທີ່ຄົນເຈັບທີ່ມີອາຍຸ 65 ປີຂຶ້ນໄປ ກັບຫຼຸດໜ້ອຍລົງ 3,3% ໃນໄລຍະລະຫວ່າງປີ 2011-2016.
ສ່ວນໃນປີ 2020 ສະມາຄົມພະຍາດມະ ເຮັງແຫ່ງສະຫະລັດອາເມຣິກາ ຄາດການວ່າຈະ ມີຜູ້ເສຍຊີວິດດ້ວຍພະຍາດມະເຮັງລຳໄສ້ໃນສະຫະລັດປະມານ 53.200 ຄົນ ແລະ ປະມານ 7% ຫຼື ປະມານ 3.640 ຄົນ ຈະເປັນຄົນເຈັບ ທີ່ມີອາຍຸນ້ອຍກວ່າ 50 ປີດ້ວຍ !.
ອາຫານ-ຢາປະຕິຊີວະນະ ເພີ່ມຄວາມສ່ຽງໄດ້
Rebecca Siegel ຜູ້ອຳນວຍການດ້ານການວິໄຈ ແລະ ເຝົ້າລະວັງທາງວິທະຍາສາດຂອງສະມາຄົມພະຍາດມະເຮັງແຫ່ງສະຫະລັດອາເມຣິກາ ເປີດເຜີຍວ່າ ເຖິງແມ່ນນັກວິທະຍາສາດ ຮູ້ດີວ່າພະຍາດດັ່ງກ່າວເກີດຂຶ້ນໃນກຸ່ມຄົນທີ່ອາຍຸນ້ອຍລົງເລື້ອຍໆ ແຕ່ອົດປະຫຼາດໃຈບໍ່ໄດ້ວ່າ ເປັນຫຍັງເກີດຂຶ້ນໄວຂະໜາດນີ້ ແລະ ຖືເປັນ ຄວາມທ້າທາຍຕໍ່ວົງການແພດດ້ວຍ ຫາກຕົວ ເລກຄົນເຈັບອາຍຸນ້ອຍມີປະລິມານເພີ່ມຂຶ້ນ ເລື້ອຍໆ.
Rebecca ລະບຸວ່າ ອາຫານການກິນມີອິດທິພົນຢ່າງສູງໃນການເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ ນອກຈາກນີ້ ຍັງມີງານວິໄຈຫຼາຍ ຊິ້ນທີ່ລະບຸກົງກັນວ່າຢາຕ່າງໆ ເຊັ່ນ: ຢາປະຕິຊີວະນະ ກໍສົ່ງຜົນຕໍ່ການເຮັດວຽກຂອງລຳໄສ້ດ້ວຍ ເຊັ່ນກັນ ເພາະຢາເຫຼົ່ານີ້ຈະໄປຕ້ານຈຸລິນຊີທີ່ເປັນ ໄມໂຄຣໄບໂອມ ຫຼື ຈຸລິນຊີທຳມະຊາດໃນຮ່າງ ກາຍຂອງເຮົາດ້ວຍ.
ຊາວບ້ານ – ນຳສະເໜີ