ຣາຊ-ລາວ ບໍລິການ ຈັດກິດຈະກຳທັດສະນະສຶກສາສະຖານທີ່ທ່ອງທ່ຽວ 4 ແຂວງ ສົ່ງເສີມລາວທ່ຽວລາວ

ໃນ​ແຕ່​ລະ​ປີ ບໍ­ລິ­ສັດ​ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ໄດ້​ຈັດ​ກິດ­ຈະ­ກຳ​ທັດ­ສະ­ນະ​ສຶກ​ສາ​ສະ ຖານ​ທີ່​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃຫ້​ກັບ​ສື່​ມວນ​ຊົນ​ລາວ ສະ­ເພາະ​ປີ 2020 ເປັນ​ໄລ­ຍະ​ທີ່​ເຝົ້າ​ລະ­ວັງ​ການ​ແຜ່​ລະ­ບາດ​ຈາກ​ເຊື້ອ​ພະ­ຍາດ COVID -19 ບໍ­ລິ­ສັດ​ຈຶ່ງ​ໄດ້​ຈັດ​ກິດ­ຈະ­ກຳ ທັດ­ສະ­ນະ​ສຶກ​ສາ​ສະ­ຖານ­ທີ່​ທ່ອງ ທ່ຽວ​ຢູ່​ແຂວງ​ຈຳ­ປາ​ສັກ ສະ ຫວັນ​ນະ​ເຂດ ຄຳ​ມ່ວນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ກັບ​ສື່​ສິ່ງ ພິມ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ໜັງ­ສື­ພິມ​ເສດ­ຖະ­ກິດ-ສັງ­ຄົມ ລະ­ຫວ່າງ​ວັນ 28 ຕຸ­ລາ ຫາ​ວັນ​ທີ 1 ພະ­ຈິກ 2020 ໂດຍ​ການ ນຳ­ພາ​ຂອງ ທ່ານ ນາ​ລົງ​ວິດ ຄອງ​ສິນ ຜູ້​ຈັດ­ການ​ອົງ​ກອນ​ສຳ ພັນ ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ມີ​ຈຸດ­ປະ­ສົງ​ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ລາວ​ທ່ຽວ​ລາວ ເປັນ​ການ ຟື້ນ​ຟູ ແລະ ກະ​ຕຸ້ນ​ການ​ທ່ອງ ທ່ຽວ​ໃຫ້​ມີ​ຄວາມ​ຄຶກ­ຄື້ນ ຫຼັງ​ຈາກ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ເຊື້ອ​ພະ­ຍາດ COVID-19.

ການ­ທ່ອງ­ທ່ຽວ​ຄັ້ງ​ນີ້​ໄດ້​ເລີ່ມ ອອກ​ເດີນ­ທາງ​ຈາກ​ນະ­ຄອນ ຫຼວງ​ວຽງ​ຈັນ ແຕ່​ເວ­ລາ 6:30 ໂມງ ຂອງ​ວັນ​ທີ 28 ຕຸ­ລາ 2020 ໂດຍ​ເດີນ­ທາງ​ໄປ​ຕາມ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ເຊິ່ງ​ຕະ­ຫຼອດ​ໄລ ຍະ​ຂອງ​ການ​ເດີນ­ທາງ​ໄດ້​ເຫັນ ແລະ ສຳ­ຜັດ​ກັບ​ທິວ​ທັດ​ທຳ​ມະ ຊາດ​ທີ່​ສວຍ​ງາມ​ຂອງ​ສອງ​ຟາກ ທາງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອຸ­ດົມ ສົມ­ບູນ ແລະ ມີ​ອາ­ກາດ​ໂປດ​ໂປ່ງ ພ້ອມ​ນັ້ນ ຍັງ​ໄດ້​ແວ່​ຊື້​ຜົນ­ລະ­ປູກ​ຂອງ​ປະ­ຊາ­ຊົນ​ທີ່​ຂາຍ​ລຽບ​ຕາມ​ທາງ ກ່ອນ​ໄດ້​ເດີນ ທາງ​ຮອດ​ນະ­ຄອນ​ປາກ​ເຊ ໃນ​ເວ­ລາ 20:00 ໂມງ ເຖິງ​ແມ່ນ​ວ່າ​ເສັ້ນ­ທາງ​ຂ້ອນ​ຂ້າງ​ໄກ ແຕ່​ດ້ວຍ​ທິວ​ທັດ​ຂອງ​ສອງ​ຟາກ​ທາງ​ແລະ ບັນ­ຍາ­ກາດ​ຂອງ​ການ​ເດີນ­ທາງ ເຮັດ​ໃຫ້​ບໍ່​ຮູ້­ສຶກ​ອິດ­ເມື່ອຍ​ແຕ່​ຢ່າງ­ໃດ  ໂດຍ​ໄດ້​ພັກ​ແຮມ​ຄືນ​ທີ່​ນະ­ຄອນ​ປາກ​ເຊ ຕໍ່​ມາ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ຕຸ­ລາ ທີມ​ງາມ​ສື່​ມວນ​ຊົນ​ໄດ້​ເດີນ­ທາງ​ອອກ​ຈາກ​ນະ­ຄອນ​ປາກ​ເຊ ເວ ລາ 7:30 ໂມງ ໂດຍ​ຂີ່​ລົດ​ເລາະ​ອ້ອມ​ຮອບ​ທ່ຽວ​ຊົມ​ເທ­ສະ​ບານ​ເມືອງ​ປາກ​ເຊ ກ່ອນ​ສືບ­ຕໍ່​ເດີນ ທາງ​ໄປ​ຕາມ​ເສັ້ນ­ທາງ​ບ້ານ​ເວີນ​ຄາມ-ໜອງ​ນົກ­ຂຽນ-ຫ້ວຍ​ແມ່​ສັງ​ທີ່​ມີ​ໄລ­ຍະ​ທາງ 145 ກິ​ໂລ ແມັດ ຈຶ່ງ​ໄປ​ຮອດ​ທ່າ­ເຮືອ​ເພື່ອ​ຂີ່​ເຮືອ​ຂ້າມ​ບ້ານ​ນາ​ກະ­ສັງ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ ຈາກ​ນັ້ນ ກໍ​ປ່ຽນ​ຮູບ​ແບບ​ຂອງ​ການ​ເດີນ ທາງ​ຈາກ​ເດີນ­ທາງ​ດ້ວຍ​ລົດ ກໍ​ເດີນ­ທາງ​ດ້ວຍ​ເຮືອ ເພື່ອ​ຂ້າມ​ໄປ ອີກ​ປາຍ­ທາງ ນັ້ນ​ກໍ​ຄື ດອນ ຄອນ-ດອນ​ເດດ ຕະ­ຫຼອດ​ໄລ­ຍະ​ເສັ້ນ­ທາງ​ແມ່ນ​ສຳ­ຜັດ​ໄດ້​ເຖິງ​ວິ­ຖີ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ຢູ່​ດອນ​ດັ່ງ­ກ່າວ ພິ­ເສດ ແມ່ນ​ໄດ້​ແວ່​ຢ້ຽມ­ຢາມ​ຖາມ​ໄຖ່​ປະ­ຊາ­ຊົນ​ບ້ານ​ດອນ​ຊົມ ທີ່​ເປັນ​ທາງ​ຜ່ານ​ໄປ​ຫາ​ດອນ​ເດດ-ດອນ​ຄອນ ໃນ​ນີ້ ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ ທະ​ນາ​ເທົ່າ​ທີ່​ຄວນ ປະ­ກອບ​ມີ ເຂື່ອນ​ໄຟ­ຟ້າ​ນ້ຳ​ຢອດ ເຫວ​ຄອນ ລາດ ເຫວ​ຊ້າງ​ເຜືອກ ທີ່​ມີ​ລີງ ອາ­ໄສ​ຢູ່​ປະ­ມານ 70-80 ໂຕ ຈາກ​ນັ້ນ ກໍ​ໄດ້​ພາ­ກັນ​ໄປ​ກາບ ໄຫວ້​ສັກ­ກາ­ລະ​ບູ­ຊາ​ພະ​ພຸດ​ທະ​ຮູບ ແລະ ຖວາຍ​ເຄື່ອງ​ສັງ­ຄະ ທານ​ທີ່​ວັດ​ບ້ານ​ດັ່ງ­ກ່າວ ພາຍ ຫຼັງ​ສຳ­ເລັດ​ການ​ເຮັດ­ບຸນ​ທີ່​ບ້ານ​ດອນ​ຊົມ​ແລ້ວ ກໍ​ໄດ້​ອອກ​ເດີນ ທາງ​ດ້ວຍ​ເຮືອ ໂດຍ​ໃຊ້​ເວ­ລາ 20 ນາ­ທີ ກໍ​ເດີນ­ທາງ​ຮອດ​ດອນ​ເດດ-ດອນ​ຄອນ ພໍ​ແຕ່​ເດີນ­ທາງ​ໄປ​ເຖິງ ທາງ​ທີມ​ງານ​ກໍ​ອົດ​ການ​ໄປ​ສຳ­ຜັດ​ບັນ­ຍາ­ກາດ​ອ້ອມ​ຮອບ​ດອນ​ບໍ່​ໄດ້ ຈຶ່ງ​ໄດ້​ເຊົ່າ​ລົດ­ຖີບ​ເພື່ອ​ຂີ່​ເລາະ​ອ້ອມ​ຮອບ​ບໍ­ລິ­ເວນ​ບ້ານ​ດັ່ງ­ກ່າວ ເປັນ­ຕົ້ນ ປັ່ນ​ໄຕ່​ຂົວ​ຂ້າມ​ນ້ຳ­ຂອງ ແລະ ຊົມ​ຫົວ​ລົດ­ໄຟ​ເກົ່າ ທີ່​ຝຣັ່ງ​ໄດ້​ສ້າງ​ໄວ້​ໃນ​ສະ­ໄໝ​ເຂົ້າ​ມາ​ຮຸກ​ຮານ​ລາວ.

ຈາກ​ນັ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ຕຸ­ລາ ພໍ​ແຕ່​ຄະ­ນະ​ໄດ້​ຮັບ​ປະ­ທານ​ອາ­ຫານ​ເຊົ້າ​ຢ່າງ​ເຕັມ­ທີ່ ຜູ້​ຮັບ­ຜິດ­ຊອບ​ກໍ​ໄດ້​ເຊົ່າ​ລົດ​ບໍ​ລິ ການ­ທ່ອງ­ທ່ຽວ​ໄປ​ທ່ຽວ​ຊົມ​ສະ ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຕາດ​ສົມ​ພະ​ມິດ ຫຼື ຫຼີ​ຜີ ເປັນ​ອີກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ສົດ​ງົດ​ງາມ​ກາຍ­ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຂຶ້ນ​ຊື່​ລື​ນາມ​ຂອງ​ບ້ານ​ຄອນ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ.

ພາຍ­ຫຼັງ​ທີ່​ໄດ້​ສຳ­ຜັດ​ກັບ​ນ້ຳ­ຕົກ ຕາດ​ທຳ​ມະ​ຊາດ​ຫຼີ່​ຜີ​ແລ້ວ ເພື່ອ​ເຮັດ​ໃຫ້​ການ­ທ່ອງ­ທ່ຽວ​ຄັ້ງ​ນີ້​ມີ​ຫຼາຍ​ສີ­ສັນ ທາງ​ຄະ­ນະ​ກໍ​ເດີນ ທາງ​ໄປ​ສູ່​ວັດ​ພູ​ຈຳ­ປາ​ສັກ ໂດຍ​ເດີນ­ທາງ​ໄປ​ຕາມ​ເສັ້ນ­ທາງ AH 11 ມາ​ຮອດ​ບ້ານ​ຫຼັກ 30 ລ້ຽວ​ຊ້າຍ​ເຂົ້າ​ໄປ​ປະ­ມານ 100 ກວ່າ​ກິ​ໂລ​ກໍ​ຈະ​ເຖິງ​ວັດ​ພູ ແຕ່​ໄລ­ຍະ​ການ​ເດີນ­ທາງ​ນີ້​ໄດ້​ເຫັນ​ເຖິງ​ສະ ຖານ​ທີ່​ປັດ​ຕະ​ຍະ​ກຳ​ຂອງ​ວັດ​ວາ ອາ​ຮາມ​ທີ່​ຕັ້ງ​ຢູ່​ຕາມ​ແຕ່​ລະ​ບ້ານ ໂດຍ​ມີ​ໂຄງ​ແບບ​ການ​ກໍ່­ສ້າງ​ດ້ານ​ຮູບ­ຊົງ​ທີ່​ແຕກ​ຕ່າງ​ກັນ​ໄປ​ພ້ອມ​ນັ້ນ ຍັງ​ໄດ້​ເຫັນ​ການ​ດຳ ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ ເມື່ອ​ເດີນ­ທາງ​ໄປ​ເຖິງ​ບ້ານ​ມ່ວງ ທີ່​ເປັນ​ຈຸດ​ຂ້າມ​ບັກ ອັນ​ເປັນ​ທີ່​ຮູ້­ຈັກ ກັນ​ດີ​ຂອງ​ອາ­ຫານ​ທ້ອງ­ຖິ່ນ​ທີ່​ຂຶ້ນ​ຊື່​ນັ້ນ ກໍ​ຄື ກ້ອຍ​ປາ ໂດຍ​ໃຊ້​ເວ­ລາ​ຂ້າມ​ບັກ​ປະ­ມານ 15-20 ນາ­ທີ ກໍ​ໄປ​ເຖິງ​ທ່າ​ບັກ​ອີກ​ຟາກ ແລະ ຈາກ​ທ່າ​ບັກ​ຂຶ້ນ​ໄປ​ປະ­ມານ 13 ກິ​ໂລ​ກໍ​ຈະ​ຮອດ​ວັດ​ພູ​ຈຳ­ປາ​ສັກ ພາຍ­ຫຼັງ​ທີ່​ເດີນ­ທາງ​ຮອດ​ຈຸດ­ໝາຍ​ປາຍ­ທາງ​ດັ່ງ­ກ່າວ​ກໍ​ໄດ້​ພັກ​ແຮມ​ຢູ່​ບ້ານ​ຫົວ​ປາ­ຄໍ່ ເຊິ່ງ​ເປັນ​ອີກ​ບ້ານ​ໜຶ່ງ​ທີ່​ຕັ້ງ​ຢູ່​ລຽບ​ຕາມ​ແຄມ​ຂອງ ແລະ ອ້ອມ​ຮອບ​ດ້ວຍ​ພູ­ຜາ​ປ່າ­ໄມ້​ຂຽວ­ງາມ ພິ­ເສດ ໃນ​ຕອນ​ເຊົ້າ​ເລີ່ມ​ແຕ່​ເວ ລາ 5:30-7:00 ໂມງ ຈະ​ເຫັນ​ປະ­ຊາ­ຊົນ​ຂີ່​ເຮືອ​ເລາະ​ຢາມ​ລອບ​ຕາມ​ແຄມ​ນ້ຳ­ຂອງ ແລະ ເບິ່ງ​ຕາ­ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າ ໂດຍ​ມີ​ສີ­ສັນ​ທີ່​ສວຍ​ງາມ ແຕ່​ກໍ​ໜ້າ​ເສຍ­ດາຍ​ການ​ສຳ­ຜັດ​ເຖິງ​ວິ­ຖີ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບ້ານ​ດັ່ງ­ກ່າວ​ແມ່ນ​ເວ­ລາ​ໜ້ອຍ​ເກີນ​ໄປ ເພາະ​ທາງ​ຄະ­ນະ​ມີ​ອີກ​ຫຼາຍ​ສະ­ຖານ­ທີ່​ຕ້ອງ​ໄປ​ສຳ­ຜັດ ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ຄະ­ນະ​ໄດ້​ເດີນ­ທາງ​ອອກ​ຈາກ​ບ້ານ​ດັ່ງ­ກ່າວ​ໃຊ້​ເວ­ລາ 30 ນາ­ທີ ຈຶ່ງ​ໄປ​ຮອດ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ວັດ​ພູ​ສ່າ­ເຫຼົ້າ ວັດ​ນີ້​ໄດ້​ມີ​ພະ​ພຸດ​ທະ​ຮູບ​ໃຫຍ່​ອົງ​ໜຶ່ງ ແລະ ພະ​ພຸດ​ທະ​ຮູບ​ອົງ​ນ້ອຍ​ລຽນ​ເປັນ​ແຖວ ເປັນ​ຊັ້ນ ເກືອບ​ພັນ​ອົງ ທີ່​ເປັນ​ສະ­ຖານ­ທີ່​ສັກ­ສິດ​ອີກ​ແຫ່ງ​ໜຶ່ງ​ທີ່​ຫຼາຍ​ຄົນ​ໄດ້​ໃຫ້­ການ​ເຄົາ­ລົບ ແລະ ບູ­ຊາ ສຳ­ຄັນ​ອີກ​ແຫ່ງ​ໜຶ່ງ​ເມື່ອ​ຂຶ້ນ​ໄປ​ຈຸດ​ດັ່ງ­ກ່າວ​ເວ­ລາ​ຈະ​ແນມ​ລົງ​ມາ​ຈາກ​ຈອມ​ພູ​ຈະ​ເຫັນ​ທິວ​ທັດ​ຂອງ​ນະ­ຄອນ​ປາກ​ເຊ ພາຍ­ຫຼັງ​ອອກ​ຈາກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​ກໍ​ໄດ້​ຂີ່​ລົດ​ມາ​ຕາມ​ເສັ້ນ ທາງ​ເລກ​ທີ 13 ໃຕ້ ໃຊ້​ເວ­ລາ​ປະ ມານ 3 ຊົ່ວ­ໂມງ ຄະ­ນະ​ກໍ​ໄດ້​ແວ່​ກາບ​ໄຫວ້​ພະ­ທາດ​ໂຜ່ນ ຢູ່​ບ້ານ​ໂພນ​ທາດ ເມືອງ​ໄຊ​ພູ​ທອງ ແຂວງ​ສະ­ຫວັນ​ນະ​ເຂດ ແລະ ໄດ້​ເດີນ­ທາງ​ອອກ​ຈາກ​ວັດ​ພະ­ທາດ​ໂຜ່ນ ຈາກ​ນັ້ນ ໄດ້​ເດີນ­ທາງ​ມາ​ຮອດ​ແຂວງ​ຄຳ​ມ່ວນ​ໃນ​ຕອນ​ຄ່ຳ ແລະ ໄດ້​ພັກ​ແຮມ​ຄືນ​ທີ່​ແຂວງ​ຄຳ​ມ່ວນ ພໍ​ມາ​ຮອດ​ແຂວງ​ນີ້​ຖື​ວ່າ​ເປັນ​ໂອ­ກາດ​ອັນ​ດີ​ໄດ້​ສຳ­ຜັດ​ເຖິງ​ຮີດ­ຄອງ​ປະ​ເພ​ນີ້​ທີ່​ຊາວ​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ​ປະ­ຕິ­ບັດ​ມາ​ໄດ້​ຫຼາຍ​ກວ່າ 10 ປີ​ນັ້ນ ກໍ​ຄື​ປະ­ເພ­ນີ​ລອຍ­ກະ­ໂທງ ໃນ ວັນ​ມື້​ຂຶ້ນ 15 ຄ່ຳ ເດືອນ 12 ລາວ ໂດຍ​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແລະ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 1 ພະ­ຈິກ ກ່ອນ​ຈະ​ເດີນ­ທາງ​ກັບ​ສູ່​ນະ­ຄອນ ຫຼວງ​ວຽງ​ຈັນ ທາງ​ຄະ­ນະ​ກໍ​ໄດ້​ເດີນ­ທາງ​ໄປ​ກາບ​ໄຫວ້​ພະ­ທາດ​ສີ​ໂຄດ​ຕະ­ບອງ ເຊິ່ງ​ເປັນ​ອີກ​ສະ ຖານ​ທີ່​ທ່ອງ​ທ່ຽວ​ທາງ​ດ້ານ​ວັດ ທະ­ນະ​ທຳ​ອັນ​ເປັນ​ທີ່​ຮູ້­ຈັກ​ກັນ​ດີ​ຂອງ​ແຂວງ​ຄຳ​ມ່ວນ ທີ່​ຕັ້ງ​ຕິດ​ແຄມ​ນ້ຳ­ຂອງ​ມີ​ທິວ​ທັດ​ທີ່​ສວຍ​ງາມ ແລະ ອາ­ກາດ​ປອດ­ໂປ່ງ ແລະ ກໍ​ໄດ້​ພ້ອມ​ກັນ​ແວ່​ທ່ຽວ​ຊົມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ວັດ​ທ່າ​ໂພນ​ສັນ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ຕື່ມ​ອີກ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ຕະ­ຫຼອດ​ໄລ­ຍະ​ການ­ທ່ອງ­ທ່ຽວ 5 ມື້  4 ຄືນ ໃນ​ສາມ​ແຂວງ​ທີ່​ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ໄດ້​ຈັດ ກິດ­ຈະ­ກຳ​ທ່ອງ​ທ່ຽວ​ໃຫ້​ກັບ​ສື່​ສິ່ງ​ພິມ 2 ສຳ­ນັກ​ຄັ້ງ​ນີ້ ເປັນ​ກິດ ຈະ​ກຳ​ທີ່​ດີ​ທີ່​ສຸດ ເຊິ່ງ​ໄດ້​ສ້າງ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ໃຫ້­ການ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ສື່​ມວນ​ຊົນ ແລະ ບໍ­ລິ­ສັດ ດັ່ງ­ກ່າວ​ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ ຍິ່ງໆ​ຂຶ້ນ ພ້ອມ​ນັ້ນ ຍັງ​ເປັນ​ການ​ປະ­ກອບ­ສ່ວນ​ຊຸກ­ຍູ້​ສົ່ງ­ເສີມ​ກິດ­ຈະ­ກຳ​ລາວ​ທ່ຽວ​ລາວ​ໃຫ້​ມີ​ຄວາມ​ຄຶກ­ຄື້ນ​ຕື່ມ​ອີກ ໂດຍ​ສະ ເພາະ ຜູ້​ຂຽນ​ເອງ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ທີ່​ບໍ­ລິ­ສັດ​ໄດ້​ໃຫ້ ຄວາມ​ສຳ­ຄັນ ແລະ ສະ­ໜັບ­ສະ­ໜູນ​ການ­ທ່ອງ­ທ່ຽວ​ຄັ້ງ​ນີ້ ເຊິ່ງ​ຜ່ານ​ການ​ທັດ­ສະ­ນະ​ທ່ອງ​ທ່ຽວ​ເຫັນ​ວ່າ​ປະ­ເທດ​ລາວ​ ຍັງ​ເປັນ​ປະ­ເທດ​ທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ປະ­ຫວັດສາດ ທຳ​ມະ​ຊາດ​ຫຼາຍ​ແຫ່ງ​ທີ່ ຕິດ​ພັນ​ກັບ​ວິ­ຖີ​ການ​ດຳ­ລົງ​ຊີ­ວິດ ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ກາຍ ເປັນ​ທ່າ­ແຮງ​ບົ່ມ​ຊ້ອນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ປະ­ເທດ​ລາວ ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

error: Content is protected !!