ຫຼອກກັນທັງເປັນ

ສອງ​ເລື່ອງ​ອ່າວ​ແປກ​ຈາກ ບັງ​ກະ­ລາ​ເທດ ແລະ ມາ​ເລ​ເຊຍ ທີ່​ເລືອກ​ສັນ​ກັ່ນ​ຕອງ​ເອົາ​ມາ​ສະ­ເໜີ​ໃນ​ວັນ​ນີ້​ນັ້ນ ເປັນ​ເລື່ອງ​ເກົ່າ​ທີ່​ເຄີຍ​ເລົ່າ​ມາ​ແລ້ວ ແຕ່​ຕ້ອງ­ການ​ໃຫ້​ຜູ້​ອ່ານ​ຮູ້​ຕື່ມ​ເພື່ອ​ເປັນ​ອຸ­ທາ­ຫອນ​ສອນ​ໃຈ​ວ່າ ການ​ຕົ້ມ​ຕົວະ​ຫຼອກ​ລວງ​ນັ້ນ​ເດັດ­ຂາດ​ຈະ​ບໍ່​ລອດ​ມື​ກົດ­ໝາຍ​ໄປ​ໄດ້ ເຊັ່ນ:

ທີ່ ບັງ​ກະ­ລາ​ເທດ: ກ່ອນ​ໜ້າ​ນີ້ 3 ປີ ຂ່າວ​ຕ່າງ­ປະ­ເທດ​ໃນ​ຕົ້ນ​ເດືອນ​ກຸມ­ພາ 2017 ໄດ້​ສະ­ເໜີ​ເລື່ອງ​ແປກໆ​ທີ່​ເຮັດ​ໃຫ້​ສັງ­ຄົມ​ບັງ​ກະ­ລາ​ເທດ ແຕກ​ຕື່ນ​ຫຼາຍ​ພໍ​ສົມ­ຄວນ ຂ່າວ​ບອກ​ວ່າ: ມີ​ຄົນ​ໃນ​ຄອບ­ຄົວ​ໜຶ່ງ​ໄດ້​ໃຊ້​ກົນ­ອຸ­ບາຍ​ຫຼອກ​ລວງ​ວ່າ ຕົນ​ເປັນ​ຄົນ​ວິ­ເສດ​ວິ​ໂສ ສາ­ມາດ​ປ່ຽນ​ເພດ​ລູກ​ສາວ​ຂອງ​ຕົນ ໃຫ້​ເປັນ​ເພດ​ຊາຍ​ໄດ້.

ຢູ່​ບັນ­ດາ​ປະ­ເທດ​ອາ­ຊີ​ໃຕ້ (ອິນ​ເດຍ ບັງ​ກະ­ລາ​ເທດ ປາ​ກິດ​ສະ­ຖານ ເນ​ປານ…) ນັ້ນ ເພດ​ຊາຍ​ເປັນ​ເພດ​ທີ່​ນິ­ຍົມ​ຊົມ​ຊອບ​ຂອງ​ຄອບ­ຄົວ ເພາະ​ຖື​ວ່າ​ເພດ​ຊາຍ​ນັ້ນ​ແຂງ­ແຮງ ເປັນ​ທີ່​ເພິ່ງ​ພາ​ຂອງ​ຄອບ­ຄົວ​ໄດ້ ຄອບ­ຄົວ​ໃດ​ມີ​ລູກ​ເປັນ​ເພດ​ຍິງ​ທັງ​ໝົດ ກໍ​ຖື​ວ່າ​ຊວຍ ຍ້ອນ​ຄ່າ​ນິ­ຍົມ​ດັ່ງ­ກ່າວ​ນີ້​ເອງ ຈຶ່ງ​ມີ​ພວກ​ຫົວ​ໃສ​ໃຈ​ຄົດ​ຄື​ໃນ​ຂ່າວ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ມີ​ລິດ​ມີ​ເດດ ສາ­ມາດ​ປ່ຽນ​ເພດ​ຍິງ​ໃຫ້​ເປັນ​ເພດ​ຊາຍ​ໄດ້.

ຂ່າວ​ໄດ້​ໃຫ້​ລາຍ​ລະ­ອຽດ​ວ່າ: ຄົນ​ໃນ​ຄອບ­ຄົວ​ທີ່​ກໍ່​ເລື່ອງ​ນັ້ນ​ໄດ້​ອ້າງ​ວ່າ ຕົນ​ສາ­ມາດ​ປ່ຽນ​ເພດ​ລູກ​ສາວ​ໄວ 16 ປີ ໃນ​ຄອບ­ຄົວ​ໃຫ້​ເປັນ​ເພດ​ຊາຍ ໄດ້​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຂໍ້​ອ້າງ​ດັ່ງ­ກ່າວ​ໄດ້​ດຶງ ດູດ​ຄວາມ​ສົນ­ໃຈ​ຂອງ​ຄົນ​ທີ່​ຕ້ອງ­ການ​ປ່ຽນ​ເພດ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແຕ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ນັ້ນ​ບໍ່​ຫຼົງ​ກົນ​ລວງ​ດັ່ງ­ກ່າວ ຈຶ່ງ​ໄດ້​ເອົາ​ລູກ​ສາວ ທີ່​ຄອບ­ຄົວ​ອ້າງ​ວ່າ ໄດ້​ປ່ຽນ​ເພດ​ເປັນ​ຜູ້​ຊາຍ​ແລ້ວ ໄປ​ພິ­ສູດ​ຕົວ​ຈິງ​ຢູ່​ໂຮງ­ໝໍ​ແຫ່ງ​ໜຶ່ງ ແລ້ວ​ຄວາມ ຈິງ​ກໍ​ແຈ້ງ​ຈ່າງ​ປ່າງ​ປານ​ກາງ­ເວັນ ອະ​ໄວ​ຍະ​ວະ ເພດ​ຊາຍ​ທີ່​ສາວ​ຄົນ​ນັ້ນ​ໃຊ້​ຫຼອກ​ໃຫ້​ຄົນ​ທັງ­ຫຼາຍ​ເຊື່ອ​ນັ້ນ ທີ່​ຈິງ​ກໍ​ແມ່ນ​ຂອງ​ປອມ ຕາມ​ແຜນ​ແລ້ວ ຖ້າ​ບໍ່​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ກຸມ​ກ່ອນ ສາວ​ທີ່​ອ້າງ​ຕົນ​ວ່າ​ມີ​ຜູ້​ວິ­ເສດ​ມາ​ປ່ຽນ​ເພດ​ໃຫ້​ເປັນ​ເພດ​ຊາຍ ກໍ​ຈະ​ເຮັດ​ໜ້າ­ທີ່​ຫຼອກ​ລວງ​ຕົ້ມ​ຕົວະ​ສັງ­ຄົມ​ວ່າ​ຕົນ ເປັນ​ຜູ້​ວິ­ເສດ​ວິ​ໂສ ສາ­ມາດ​ປ່ຽນ​ເພດ​ໃຫ້​ຄົນ​ອື່ນ ສາ­ມາດ​ປິ່ນ­ປົວ​ພະ­ຍາດ​ບາດ​ເຍົາ​ທຸກ​ຊະ­ນິດ ເພາະ​ຕົນ​ໄດ້​ກາຍ­ເປັນ​ຄົນ​ວິ­ເສດ​ແລ້ວ.

ທີ່ ມາ​ເລ​ເຊຍ: ຄົງ​ຊາບ​ກັນ​ດີ​ຢູ່​ແລ້ວ​ວ່າ ມາ ເລ​ເຊຍ ເປັນ​ປະ­ເທດ​ໜຶ່ງ​ທີ່​ມັ່ງ​ຄັ່ງ​ຮັ່ງ­ມີ ເປັນ​ປະ ເທດ​ໜຶ່ງ​ທີ່​ຢືນ​ຢູ່​ແຖວ​ໜ້າ​ຂອງ​ອາ​ຊຽນ​ດ້ານ ການ​ພັດ­ທະ­ນາ​ທາງ​ການ​ຂອງ​ປະ­ເທດ​ນີ້​ມີ​ເປົ້າ​ໝາຍ​ສ້າງ​ມາ​ເລ​ເຊຍ​ໃຫ້​ເປັນ​ປະ­ເທດ​ພັດ­ທະ­ນາ ຢ່າງ​ເຕັມ​ຮູບ​ແບບ ພາຍ​ໃນ​ປີ 2030

ແນວ­ໃດ​ກໍ​ດີ ຖ້າ​ເວົ້າ​ເຖິງ​ການ​ເຊື່ອ​ຖື​ງົມ­ງວາຍ -ເຊື່ອ​ໝໍ​ຜີ ໝໍ​ເຢົາ​ແລ້ວ ຄົນ​ມາ​ເລ​ເຊຍ​ຈຳ­ນວນ ໜຶ່ງ​ກໍ​ຍັງ​ໃຫ້​ຄວາມ​ສຳ­ຄັນ​ຢູ່ ດັ່ງ​ຂ່າວ​ທີ່​ໜັງ­ສື­ພິມ The Nation ສະ­ບັບ​ວັນ​ທີ 31 ທັນ­ວາ 2016 ໄດ້​ບອກ​ວ່າ: ມີ​ຊາຍ​ມາ​ເລ​ເຊຍ ອາ­ຍຸ 40 ປີ ຄົນ​ໜຶ່ງ ຖືກ​ໝໍ​ຜີ​ຕົ້ມ​ຈົນ​ເປື່ອຍ​ເຖິງ​ຂັ້ນ​ໄດ້​ສົ່ງ​ເລື່ອງ​ຮ້ອງ​ຟ້ອງ​ຂຶ້ນ​ເຖິງ​ສານ ເພື່ອ​ໃຫ້​ໝໍ​ຜີ​ທົດ​ແທນ​ຄ່າ​ເສຍ​ຫາຍ.

ເລື່ອງ​ມີ​ຢູ່​ວ່າ: ພໍ່​ຂອງ​ຊາຍ ອາ­ຍຸ 40 ປີ ໄດ້​ລົ້ມ​ປ່ວຍ​ລົງ​ຢ່າງ​ໜັກ ແລ້ວ​ມີ​ໝໍ​ຜີ​ຄົນ​ໜຶ່ງ ເຊິ່ງ​ໃນ​ພາ­ສາ​ມາ​ເລ​ເຊຍ​ເອີ້ນ​ວ່າ ໂບ​ໂມ (Bomoh) ໄດ້​ອ້າງ​ວ່າ ຕົນ​ຮູ້​ສາ­ເຫດ​ຂອງ​ການ​ເຈັບ​ປ່ວຍ ແລະ ສາ­ມາດ​ປິ່ນ­ປົວ​ຜູ້​ເຈັບ​ໃຫ້​ຫາຍ​ໄດ້ ໝໍ​ຜີ​ບອກ​ວ່າ: ຜູ້​ປ່ວຍ​ຖືກ​ວິນ​ຍານ​ຮ້າຍ 9 ໂຕ​ເຂົ້າ​ສິງ ຊາຍ​ອາ­ຍຸ 40 ປີ ທີ່​ເປັນ​ລູກ​ຊາຍ​ຂອງ​ຜູ້​ປ່ວຍ​ເຊື່ອ​ວ່າ ໝໍ​ຜີ​ຄົນ​ນັ້ນ​ຈະ​ສາ­ມາດ​ຂັບ​ໄລ່​ວິນ​ຍານ​ຮ້າຍ​ທັງ 9 ອອກ​ຈາກ​ຮ່າງ­ຄີງ​ຂອງ​ຜູ້​ເປັນ​ພໍ່ ຈຶ່ງ​ຮີບ​ຈົກ​ເງິນ ຈຳ­ນວນ 810 ຣິງ​ກິດ (ກວ່າ 200 ໂດ​ລາ ສະ­ຫະ­ລັດ) ຈ່າຍ​ເປັນ​ຄ່າ​ປິ່ນ­ປົວ​ລ່ວງ​ໜ້າ ແຕ່​ເລື່ອງ​ຂອງ​ເລື່ອງ​ກໍ​ມີ​ຢູ່​ວ່າ ຜູ້​ປ່ວຍ​ແຮ່ງ​ມີ​ອາ­ການ​ໜັກ​ຂຶ້ນ ແລະ ເສຍ​ຊີ­ວິດ​ໃນ​ທີ່​ສຸດ ເມື່ອ​ເປັນ​ແນວ​ນີ້ ຝ່າຍ​ລູກ​ຊາຍ​ກໍ​ເລີຍ​ນຳ​ເລື່ອງ​ຂຶ້ນ​ເຖິງ​ສານ ແຕ່​ສານ​ກໍ​ຊ່ວຍ​ຫຍັງ​ບໍ່​ໄດ້ ເພາະ​ການ​ປິ່ນ­ປົວ​ທາງ​ໄສ­ຍະ­ສາດ​ນັ້ນ​ເປັນ​ເລື່ອງ​ສ່ວນ​ຕົວ ແລະ ໝໍ​ຜີ​ກໍ​ບໍ່​ໄດ້​ຈົດ​ທະ­ບຽນ​ກັບ​ທາງ​ການ ເປັນ​ອັນ­ວ່າ ຊາຍ​ຜູ້​ເປັນ​ລູກ​ນັ້ນ​ທັງ​ເຈັບ ທັງ​ເໝັນ ຍ້ອນ​ຄວາມ​ເຊື່ອ​ງົມ­ງວາຍ.

error: Content is protected !!