ການຄວບຄຸມສຽງເນືອງນັນ ຍັງບໍ່ໄດ້ຮັບການປະຕິບັດ

ຄໍ​ລຳ​ຂອງ​ພວກ​ເຮົາ​ໄດ້​ລົງ​ພິມ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເລກ​ທີ 620/ຈ​ນວ ລົງ​ວັນ​ທີ 29 ກັນ­ຍາ 2020 ທີ່​ລົງ​ນາມ​ໂດຍ​ທ່ານ​ເຈົ້າ​ຄອງ​ແລ້ວ ໃນ​ສະ­ບັບ​ວັນ​ສຸກ ທີ 9 ຕຸ­ລາ​ຜ່ານ​ມາ.

ແຕ່​ຍັງ​ມີ​ເພື່ອນ​ຜູ້​ອ່ານ​ສ່ອງ​ແສງ​ເຂົ້າ​ມາ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຍັງ​ບໍ່​ທັນ​ຖືກ​ປະ­ຕິ­ບັດ…ການ​ຈັດ ຕັ້ງ​ເຜີຍ­ແຜ່​ເຊື່ອມ​ຊຶມ​ຍັງ​ບໍ່​ທັນ​ເຮັດ​ຢ່າງ​ກວ້າງ­ຂວາງ ສະ­ແດງ​ອອກ​ບາງ​ເມືອງ ບາງ​ບ້ານ ເຈົ້າ​ໜ້າ­ທີ່​ຍັງ​ບໍ່​ຮູ້​ວ່າ​ມີ​ຂໍ້​ຕົກ­ລົງ​ນີ້​ອອກ​ມາ.

ເມື່ອ​ເປັນ​ເຊັ່ນ​ນັ້ນ ພວກ​ມັກ​ມ່ວນ​ເກີນ​ເຫດ ພວກ​ຫູ­ໜວກ​ກິນ​ຟານ​ທັງ­ຫຼາຍ​ກໍ​ບໍ່​ສົນ­ໃຈ ເປີດ​ເພງ​ຖ້ວມ​ບ້ານ​ຖ້ວມ​ເມືອງ…ບາງ​ລາຍ​ກໍ​ເສບ​ງັນ​ໝົດ​ຄືນ​ຊອດ​ແຈ້ງ…ພວກ​ຂັບ​ລົດ​ເປີດ​ເພງ​ບໍ່​ລົດ​ລະ​ພໍ​ໜ້ອຍ​ແຮ່ງ​ຂຶ້ນ​ໃຈ​ເປີດ​ແວ່ນ​ລົດ​ປ່ອຍ​ສຽງ​ເພງ​ອອກ​ເນືອງ​ນັນ​ທົ່ວ​ຖະ­ໜົນ…ແຕ່​ບໍ່​ດົນ​ດອກ​ເພື່ອນ​ຜູ້​ອ່ານ​ເອີຍ ! ພວກ​ເຂົາ​ຕ້ອງ​ຖືກ​ຕັກ­ເຕືອນ ແລະ ລົງ­ໂທດ​ຕາມ​ລະ­ບຽບ​ການ​ວາງ​ອອກ.

ແຕ່​ໃນ​ຍາມ​ນີ້​ຕ້ອງ​ໄດ້​ຊ່ວຍ​ກັນ​ອະ­ທິ­ບາຍ ແລະ ບອກ​ກ່າວ​ປ່າວ­ເຕືອນ​ວ່າ ມີ​ລະ­ບຽບ​ການ​ອອກ​ມາ​ແລ້ວ ! ທຸກ​ຄົນ​ຕ້ອງ​ໄດ້​ປະ­ຕິ­ບັດ​ເນີ ! ເພາະ­ວ່າ​ການ​ດຳ­ລົງ​ຊີ­ວິດ​ທີ່​ສີ­ວິ­ໄລ​ຕ້ອງ​ແມ່ນ​ຢູ່​ພາຍ​ໃຕ້​ລະ­ບຽບ​ກົດ­ໝາຍ​ບ້ານ​ເມືອງ.

ບັນ­ດາ​ການ­ຈັດ­ຕັ້ງ ໂດຍ​ສະ­ເພາະ ແມ່ນ​ຫ້ອງ­ການ​ປົກ­ຄອງ​ເມືອງ​ອ້ອມ​ຂ້າງ​ນະ­ຄອນ­ຫຼວງ ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ຮຽກ​ເຊີນ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ເຂົ້າ​ມາ ແລ້ວ​ແຈ້ງ​ໃຫ້​ພວກ​ເພິ່ນ​ຮູ້​ຂໍ້​ຕົກ­ລົງ ເລກ​ທີ 620/ຈ​ນວ ລົງ​ວັນ​ທີ 29 ກັນ­ຍາ 2020 ຢ່າງ​ລະ­ອຽດ​ຖີ່​ຖ້ວນ ທັງ​ແນະ­ນຳ​ໃຫ້​ພວກ​ເພິ່ນ​ໄປ​ເຜີຍ­ແຜ່​ໃຫ້​ລູກ­ບ້ານ​ຂອງ​ເພິ່ນ​ຮັບ​ຊາບ​ຢ່າງ​ຮີບ​ດ່ວນ ເພາະ​ຈາກ​ນີ້​ໄປ​ໃຜ​ລະ­ເມີດ​ຈະ​ຖືກ​ຕັກ­ເຕືອນ​ຈາກ​ບຸກ­ຄົນ​ອ້ອມ​ຂ້າງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ຫາກ​ດື້​ດ້ານ​ຈະ​ມີ​ການ​ຟ້ອງ​ຮ້ອງ ຂຶ້ນ​ຫ້ອງ­ການ​ບ້ານ​ແລ້ວ​ນາຍ­ບ້ານ​ຈະ​ປວດ​ຫົວ.

ຜູ້​ໄດ້​ຮັບ​ຜົນ​ສະ­ທ້ອນ​ຈາກ​ສຽງ​ເນືອງ​ນັນ​ທັງ­ຫຼາຍ​ກໍ​ຄວນ​ໃຈ­ເຢັນ ມີ​ສະ­ຕິ ລາຍ​ງານ​ການ­ຈັດ­ຕັ້ງ​ບ້ານ​ເນີ ! ບໍ່​ແມ່ນ​ຢາກ­ຮ້າຍ​ແລ້ວ​ແກວ່ງ​ກ້ອນ​ຫີນ​ໃສ່​ວົງ​ເສບ​ແລ້ວ​ມັນ​ຊິ​ເປັນ​ເລື່ອງ​ໃໝ່…

ຂໍ​ຮຽກ­ຮ້ອງ​ໃຫ້​ທຸກ​ຄົນ​ຈົ່ງ​ປະ​ຖິ້ມ​ການ​ບັນ­ເທີງ​ທີ່​ກະ­ທົບ​ຜູ້​ອື່ນ.

ໂດຍ: ແນວ​ລາວ

error: Content is protected !!