ທ່ານ ອຸລະ ນ້ອຍວິໄລ ຫົວໜ້າຄູເຝິກແຂວງສະຫວັນນະເຂດ ອະດີດແຊັມ 3 ສະໄໝ ບານເຕະຊາຍໃນງານກີລາແຫ່ງຊາດ (ປີ 1985 ປີ 1987 ປີ 1994) ຮອງແຊັມຄັ້ງຫຼ້າສຸດ ປີ 2014 ອຸດົມໄຊ ເກມ ໄດ້ໃຫ້ຮູ້ວ່າ: ທີມທີ່ຈະເຂົ້າຮ່ວມແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈັດ ຂຶ້ນວັນທີ 6-21 ພະຈິກ 2020 ໄດ້ເລີ່ມຄັດຕົວນັກເຕະມາວັນທີ 26 ກັນຍາ 2020 ແລະ ເລີ່ມຊ້ອມກາງເດືອນຕຸລາຜ່ານມາ ນັກເຕະສ່ວນຫຼາຍແມ່ນນັກເຕະພາຍໃນແຂວງ ໂດຍສ່ວນໃຫຍ່ແມ່ນດາວຮຸ່ງ ຮຸ່ນສືບທອດເປັນນັກຮຽນ-ນັກສຶກສາ.
ຂະນະທີ່ນັກກີລາກຽມໄປຊຽງຂວາງເກມ ກ່ອນໜ້ານີ້ມີຫຼາຍຄົນ ຄາພາລະກິດວຽກງານຕ່າງໆຂອງແຕ່ລະຄົນ ຈຶ່ງຖອນຕົວຈາກທີມ ຊຸດນີ້ ມາຮອດປັດຈຸບັນ ທີມມີຄວາມພ້ອມປະມານ 70% ສ່ວນອີກ 30% ກຳລັງແກ້ບາງບັນຫາຂອງທີມ ເຊື່ອວ່າທີມຈະສົມບູນກ່ອນ ຈະຮອດວັນທີ 10 ພະຈິກນີ້ແນ່ນອນ ກ່ອນໜ້ານີ້ອຸ່ນເຄື່ອງຢູ່ພາຍໃນ ແຂວງ 3 ຄັ້ງ ຊະນະທັງ 3 ຄັ້ງ ອຸ່ນເຄື່ອງເສຍໃຫ້ແຂວງຄຳມວ່ນ 0-1 ວັນທີ 24 ຕຸລາຜ່ານມາ ແລະ ຈະອຸ່ນເຄື່ອງກັບແຂວງອັດຕະປືວັນທີ 3 ພະຈິກນີ້ຢູ່ສະໜາມກີລາແຂວງສະຫວັນນະເຂດ ຫຼັກ 4 ທີມຊຸດນີ້ ຈະອອກເດີນທາງວັນທີ 8 ພະຈິກນີ້.
ແຂວງສະຫວັນນະເຂດຢູ່ຮ່ວມກຸ່ມ D ກັບແຂວງບໍ່ແກ້ວ ບໍລິຄຳໄຊ ແລະ ແຂວງຫົວພັນ ໂດຍນັດທີ 1 ຈະພົບກັບແຂວງຫົວພັນວັນທີ 11 ພະຈິກ ເວລາ 15:00 3 ໂມງ ຢູ່ສະໜາມກາງມະຫາ ວິທະຍາ ໄລແຫ່ງຊາດ ນັດທີ 2 ຈະພົບ ກັບແຂວງບໍລິຄຳໄຊ ວັນທີ 12 ພະຈິກ ເວລາ 15:00 ໂມງ ຢູ່ ສະໜາມກີລາແຫ່ງຊາດລາວ ຫຼັກ 16 ສະໜາມນອກ ແລະ ນັດທີ 3 ຈະພົບກັບແຂວງບໍ່ແກ້ວ ວັນທີ 14 ພະຈິກ ເວລາ 15:00 ໂມງ ຢູ່ສະໜາມກີລາກອງທັບ ສຳລັບເປົ້າໝາຍຂອງແຂວງສະຫວັນນະເຂດ ຄາດໝາຍສູ້ຊົນໃຫ້ເຂົ້າຮອບ 4 ທີມສຸດທ້າຍ.