ສກຈຮ ປະຕູຄຳ ຊຸກຍູ້ປະຊາຊົນເຮັດການຜະລິດຫັດຖະກຳ ຕ່ຳສາດເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ

ວັນ​ທີ 3 ພະ­ຈິກ 2020 ທ່ານ ນາງ ຂັນ​ມະ­ນີ ສຸ​ທຳ​ມະ​ວົງ ຜູ້­ອຳ­ນວຍ­ການ​ໃຫຍ່ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ (ສກຈຮ) ປະ­ຕູ​ຄຳ ພ້ອມ​ຄະ­ນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ໃຫ້​ກຳ­ລັງ​ໃຈ​ປະ­ຊາ­ຊົນ​ທີ່​ເຮັດ​ຜະ­ລິດ​ຕະ​ພັນ​ຕ່ຳ​ສາດ​ຢູ່​ບ້ານ​ຄວາຍ​ແດງ ພາຍ­ຫຼັງ ສກຈຮ ປະ­ຕູ​ຄຳ ອອກ​ຜະ­ລິດ​ຕະ​ພັນ​ເງິນ​ກູ້​ຢືມ “ພັດ­ທະ­ນາ​ໜຶ່ງ​ໜູ່​ບ້ານ” ເຊິ່ງ​ສະ​ຖາ​ບັນ​ປະ­ຕູ​ຄຳ​ໄດ້​ມີ​ແນວ­ທາງ​ພັດ­ທະ­ນາ​ສິນ­ຄ້າ​ທ້ອງ­ຖິ່ນ​ຂອງ​ໜູ່​ບ້ານ​ດັ່ງ­ກ່າວ​ໃຫ້​ອອກ​ສູ່​ທ້ອງ​ຕະ­ຫຼາດ ສົ່ງ­ເສີມ​ຄົນ​ລາວ​ໃຊ້​ຜະ­ລິດ​ຕະ​ພັນ​ລາວ ພ້ອມ​ນັ້ນ ປະ­ຕູ​ຄຳ​ຍັງ​ເປັນ​ສະ​ຖາ​ບັນ​ການ​ເງິນ​ໜຶ່ງ​ທີ່​ໃຫ້​ທືນ​ກູ້​ຢືມ​ແກ່​ປະ­ຊາ­ຊົນ​ຜູ້​ເຮັດ​ການ​ຜະ­ລິດ ເຊິ່ງ​ເຂດ​ບ້ານ​ຄວາຍ​ແດງ ແມ່ນ​ເຮັດ​ການ​ຜະ­ລິດ​ຫັດ­ຖະ­ກຳ​ຕ່ຳ​ສາດ​ຜື ຜ່ານ​ການ​ລົງ​ຢ້ຽມ­ຢາມ​ຄັ້ງ​ນີ້ ເຫັນ​ວ່າ​ປະ­ຊາ­ຊົນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢ່າງ​ຫ້າວ­ຫັນ ໃນ​ການ​ຕ່ຳ​ສາດ​ທີ່​ມີ​ຂະ­ໜາດ 60 ຊັງ​ຕີ​ແມັດ x 2 ແມັດ ຫຼື​ສາ­ມາດ​ຕ່ຳ​ຕາມ​ການ​ສັ່ງ​ຈອງ​ຂອງ​ລູກ​ຄ້າ ນອກ​ນັ້ນ ສກຈຮ ປະ­ຕູ​ຄຳ ແລະ ປະ­ຊາ­ຊົນ​ຍັງ​ຕ້ອງ­ການ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ສັງ­ຄົມ ແລະ ພາກ­ສ່ວນ​ອື່ນໆ ໃນ​ການ​ຊອກ​ຕະ­ຫຼາດ​ຈຳ­ໜ່າຍ​ສິນ­ຄ້າ​ຂອງ​ປະ­ຊາ­ຊົນ ແລະ ເຕັກ­ນິກ​ດ້ານ​ວິ­ຊາ​ການ​ອື່ນໆ​ຕື່ມ​ອີກ ເພື່ອ​ພັດ­ທະ­ນາ​ໃຫ້​ເປັນ​ຜະ­ລິດ​ຕະ​ພັນ​ສິນ­ຄ້າ​ໂອ​ດ໋ອບ​ຂອງ​ບ້ານ​ດັ່ງ­ກ່າວ.

ສກຈຮ ປະ­ຕູ​ຄຳ ເປັນ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ໜຶ່ງ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ທະ­ນາ­ຄານ​ແຫ່ງ ສປປ ລາວ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເງິນ​ຈຸ​ລະ​ພາກ ທັງ​ເປັນ​ສະ­ມາ­ຊິກ​ຂອງ​ສະ­ມາ­ຄົມ​ການ​ເງິນ​ຈຸ​ລະ​ພາກ ແລະ ເປັນ​ສະ​ຖາ​ບັນ​ການ​ເງິນ​ແຫ່ງ​ໜຶ່ງ​ທີ່​ໄດ້​ຮັບ​ເງິນ​ກູ້​ຢືມ​ຈາກ​ໂຄງ­ການ​ຂອງ​ທະ­ນາ­ຄານ​ແຫ່ງ ສປປ ລາວ (ໂຄງ­ການ LAFF ຈາກ KFW) ແລະ ໃນ​ເດືອນ​ກັນ­ຍາ ປີ 2020 ສະ​ຖາ​ບັນ​ດັ່ງ­ກ່າວ ໄດ້​ອອກ​ຜະ­ລິດ​ຕະ​ພັນ​ເງິນ​ກູ້​ຍືມ​ດອກ​ເບ້ຍ​ຕ່ຳ​ໃຫ້​ກັບ​ປະ­ຊາ­ຊົນ​ບ້ານ​ຄວາຍ​ແດງ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈຳ­ນວນ 10 ຄອບ­ຄົວ ເພື່ອ​ເປັນ​ທຶນ​ເຮັດ​ການ​ຜະ­ລິດ​ຫັດ­ຖະ­ກຳ​ຕ່ຳ​ສາດ ຈາກ​ເມື່ອ​ກ່ອນ​ຜະ­ລິດ​ຮັບ​ໃຊ້​ໃນ​ຄົວ​ເຮືອນ ໃຫ້​ຫັນ​ມາ​ຜະ­ລິດ​ເປັນ​ສິນ­ຄ້າ​ຈຳ­ໜ່າຍ​ອອກ​ສູ່​ຕະ­ຫຼາດ ໃນ​ນີ້ ສະ​ຖາ​ບັນ​ເປັນ​ຜູ້​ຊອກ​ຕະ­ຫຼາດ​ຈຳ­ໜ່າຍ ໃຫ້​ແນ­ໃສ່​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ປະ­ຊາ­ຊົນ​ໃຫ້​ມີ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ ນອກ­ຈາກ​ປ່ອຍ​ເງິນ​ກູ້​ຢືມ​ໃຫ້​ແກ່​ປະ­ຊາ­ຊົນ​ແລ້ວ ສະ​ຖາ​ບັນ​ດັ່ງ­ກ່າວ​ຍັງ​ໄດ້​ສອນ​ປະ­ຊາ​ສຶກ​ສາ​ດ້ານ​ການ​ເງິນ ການ​ອອມ​ເງິນ ການ​ໃຊ້​ເງິນ​ໃນ​ສິ່ງ​ຈຳ­ເປັນ ແລະ ບໍ່​ຈຳ­ເປັນ ອອກ​ແບບ​ສິນ­ຄ້າ ໃຫ້​ຄຳ​ແນະ­ນຳ​ການ​ຄິດ­ໄລ່​ຕົ້ນ​ທຶນ​ການ​ຜະ­ລິດ ແລະ ຊອກ​ຕະ­ຫຼາດ​ຈຳ­ໜ່າຍ​ໃຫ້​ແກ່​ປະ­ຊາ­ຊົນ​ບ້ານ​ຄວາຍ​ແດງ​ນຳ​ອີກ.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!