ເຈົ້າແຂວງອັດຕະປື ເນັ້ນໃຫ້ນັກກີລາເຊີດຊູນ້ຳໃຈກ້າວສູ່ໄຊຊະນະ

ວັນ​ທີ 30 ຕຸ­ລາ 2020 ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ­ແຂວງ​ອັດ​ຕະ​ປື ເນັ້ນ​ໃຫ້​ຄະ­ນະ​ນຳ​ຄູ​ເຝິກ ແລະ ນັກ­ກີ­ລາ​ແຂວງ​ອັດ​ຕະ​ປື ມີ​ຄວາມ​ຕັ້ງ­ໃຈ ແລະ ຕັດ­ສິນ​ໃຈ​ສູງ ເປັນ​ເຈົ້າ​ການ​ນຳ​ກັນ​ທຸກ​ດ້ານ ໂດຍ​ສະ­ເພາະ ມີ​ຄວາມ​ສາ­ມັກ­ຄີ​ເປັນ​ເລີດ ມີ​ລະ­ບຽບ​ວິ­ໄນ ນັບ­ຖື​ການ­ຈັດ­ຕັ້ງ ເຊີດ​ຊູ​ນ້ຳ​ໃຈ­ຄວາມ​ເປັນ​ນັກ­ກີ­ລາ​ໃຫ້​ສູງ​ສົ່ງ ເຂົ້າ­ໃຈ​ເປົ້າ​ໝາຍ​ລວມ ອົດ­ທົນ ເດັດ­ດ່ຽວ ແລະ ພ້ອມ​ກັນ​ກ້າວ​ໄປ​ສູ່​ໄຊ­ຊະ­ນະ​ຢ່າງ​ມີ​ສັກ​ສີ ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ທົ່ວ​ປະ­ເທດ ເພື່ອ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ ຄົບ­ຮອບ 45 ປີ ຈັດ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 6-21 ພະ­ຈິກ 2020.

ທ່ານ ສົມ​ໄຊ ແກ້ວ​ມະ­ນີ​ວັນ ຮອງ​ປະ­ທານ​ສະ­ຫະ­ພັນ​ກີ­ລາ​ບານ­ເຕະ​ແຂວງ​ອັດ​ຕະ​ປື ໄດ້​ລາຍ​ງານ​ການ​ກະ­ກຽມ​ຄວາມ​ພ້ອມ ເຂົ້າ​ຮ່ວມ​ງານ​ແຂ່ງ­ຂັນ​ບານ­ເຕະ​ທົ່ວ​ປະ­ເທດ​ຄັ້ງ​ນີ້​ວ່າ: ປັດ­ຈຸ­ບັນ ສະ­ຫະ­ພັນ​ກີ­ລາ​ບານ­ເຕະ​ແຂວງ​ມີ​ຄວາມ​ພ້ອມ​ທຸກ​ດ້ານ 100% ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ດຳ­ເນີນ​ການ​ຄັດ​ເລືອກ​ເອົາ​ຕົວ​ນັກ­ກີ­ລາ​ທີ່​ດີ­ເດັ່ນ ແລະ ມີ​ພອນ​ສະ­ຫວັນ​ໄດ້​ຕາມ​ກຳ­ນົດ ຈາກ 5 ຕົວ​ເມືອງ​ພາຍ​ໃນ​ແຂວງ ພ້ອມ​ທັງ​ໄດ້​ດຳ­ເນີນ​ການ​ເຝິກ­ຊ້ອມ ຢ່າງ​ຖືກ​ຕາມ​ຫຼັກ­ການ​ວິ­ທະ­ຍາ­ສາດ​ການ​ກີ­ລາ​ທຸກ​ປະ­ການ ເຊິ່ງ​ການ​ເຂົ້າ​ຮ່ວມ​ຄັ້ງ​ນີ້ ແຂວງ​ຕັ້ງ​ເປົ້າ​ຈະ​ພະ­ຍາ­ຍາມ ສູ້​ຊົນ​ໃຫ້​ຜ່ານ​ເຂົ້າ​ເຖິງ​ຮອບ 8 ທີມ​ສຸດ​ທ້າຍ ຫຼັງ​ຜົນ​ການ​ຈັບ​ສະ­ຫຼາກ​ແບ່ງ​ກຸ່ມ​ປາ­ກົດ​ວ່າ ນັກ​ເຕະ​ແຂວງ​ອັດ​ຕະ​ປື ຖືກ​ຈັດ​ຢູ່​ກຸ່ມ C ຮ່ວມ​ກັບ​ແຂວງ​ຫຼວງ​ນ້ຳ​ທາ ໄຊ​ຍະ​ບູ​ລີ ແລະ ແຂວງ​ຫຼວງ​ພະ​ບາງ.

error: Content is protected !!