ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິວີເລີບຢູນາໆຊາດ ໄດ້ຊ່ວຍເຫຼືອລ້າ ໂຄງການຂຸດເຈາະນ້ຳບາດານໃຕ້ດິນ ໃນລະດັບຄວາມເລິກຜ່ານຊັ້ນຫີນ 68 ແມັດ 1 ຂຸມ ພ້ອມຕິດຕັ້ງລະບົບສູບນ້ຳ ມູນຄ່າ 30.000 ໂດລາສະຫະລັດ ໃຫ້ປະຊາຊົນບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍແມ່ນບໍລິສັດ ລາວຊິນຊູ ຈຳກັດຜູ້ດຽວເປັນຜູ້ຂຸດເຈາະ.

ພາຍຫຼັງສຳເລັດໂຄງການເຈາະຂຸດ ວັນທີ 3 ພະຈິກ 2020 ທີ່ປົກຄອງແຂວງບໍລິຄຳໄຊ ໄດ້ມີພິທີມອບ-ຮັບໂຄງການ ກ່າວມອບໂດຍທ່ານ ຄຳຫຼ້າ ອູມາລີ ຜູ້ຊ່ວຍປະທານສູນກາງແນວລາວສ້າງຊາດ ທ່ານ ນາງ ຄິມອົກຄີ ປະທານມູນນິທິວີເລີບຢູນານາຊາດ ທ່ານ ຄິມຢັອງຊູ ປະທານບໍລິສັດ ລາວຊິນຊູ ຈຳກັດ ແລະ ກ່າວຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມການນຳແຂວງ ແລະ ເມືອງ.
# ຂ່າວ & ພາບ: ສົມສະຫວັນ