ອົງການກວດສອບແຫ່ງລັດຫວຽດນາມ ໄດ້ຍົກລະດັບວຽກງານກວດສອບວິສາຫະກິດໂທລະຄົມມະນາຄົມແລະ ການກວດສອບລາຍຮັບ ໃຫ້ນັກກວດສອບອົງການກວດສອບແຫ່ງລັດລາວ 40 ຄົນ ໂດຍການຈັດເຝິກອົບຮົມຜ່ານລະບົບສື່ສານທາງໄກ ໃນວັນທີ 3 ພະຈິກ 2020 ຢູ່ທີ່ອົງການກວດສອບແຫ່ງລັດ ນະຄອນ ຫຼວງວຽງຈັນ ຝ່າຍລາວ ຕາງໜ້າໂດຍທ່ານ ຕ້ອຍ ພົນທິລາດ ຫົວໜ້າອົງການກວດສອບແຫ່ງລັດ ແລະ ຝ່າບຫວຽດນາມໂດຍທ່ານ ຈ່າງຄິມລອກ ຫົວໜ້າກົມຮ່ວມມືສາກົນ ອົງການກວດສອບແຫ່ງລັດຫວຽດນາມ.

ຈຸດປະສົງເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ແລະ ແລກປ່ຽນບົດຮຽນເພື່ອສ້າງຄວາມເຂົ້າໃຈອັນເລິກເຊີ່ງ ຕໍ່ວຽກງານກວດສອບວິສາຫະກິດ ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃນວຽກງານກວດສອບແຫ່ງລັດ ສປປ ລາວ ເພື່ອນຳໄປໝູນເຂົ້າໃນວຽກງານໃຫ້ແທດເໝາະກັບສະພາບຕົວຈິງ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ປະສິດທິຜົນ.
# ຂ່າວ & ພາບ: ສົມສະຫວັນ