ພິທີເປີດນຳໃຊ້ໂຮງແຮມເຝີກປະຕິບັດສາຂາວິຊາການໂຮງແຮມ ຂອງວິທະຍາໄລເຕັກນິກແຂວງວຽງຈັນ ຈັດຂຶ້ນວັນທີ 2 ພະຈິກ 2020 ທີ່ວິທະຍາໄລດັ່ງກ່າວ ຢູ່ເມືອງວັງວຽງ ແຂວງວຽງຈັນ ມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ ທ່ານ ຄຣິດສະຕຽນ ອິງເລີ ຮອງຜູ້ອຳນວຍການຝ່າຍການຮ່ວມມື ແລະ ທັກສະ ອົງການສະວິດເພື່ອການພັດທະນາ ແລະ ຮ່ວມມື ທ່ານ ແຊມ ສະໄນເດີ ອຸປະທູດ ປະເທດລຸກຊຳບວກ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ໂຮງແຮມເຝີກປະຕິບັດວິທະຍາໄລເຕັກນິກແຂວງວຽງຈັນ ເປັນກິດຈະໜຶ່ງຂອງໂຄງການເຝີກອົບຮົມທັກສະສຳລັບວຽກງານທ່ອງທ່ຽວ ຫຼື ໂຄງການລາວ/029 ເປັນໂຄງການຊ່ວຍເຫຼືອລ້າຂອງລັດຖະບານລຸກຊຳບວກ ແລະ ສະວິດ ຈັດຕັ້ງປະຕິບັດໂດຍກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ.

ຈຸດປະສົງຂອງໂຄງການ ແມ່ນເພື່ອເຝີກອົບຮົມທັກສະສີມືກ່ຽວກັບການໂຮງແຮມ ຮ້ານອາຫານ ແລະ ການທ່ອງທ່ຽວ ລວມທັງການສ້າງສືມີແຮງງານເພື່ອຕອບສະໜອງກັບຄວາມຕ້ອງການຂອງຂະແໜງການດັ່ງກ່າວ ເຊິ່ງທາງໂຄງການໄດ້ປັບປຸງຫຼັກສູດໃນ 4 ສາຂາວິຊາຮຽນ ໂດຍແນໃສ່ການເຝີກອົບຮົມໃນຮູບແບບທີ່ເນັ້ນໃສ່ສະມັດຕະພາບ ກໍຄືການຖືເອົາຜົນການຮຽນ ແລະ ຄວາມສາມາດຂອງນັກຮຽນເປັນຫຼັກ ພ້ອມທັງປັບປຸງສື່ການຮຽນ-ການສອນ ການເຝີກອົບຮົມ ແລະ ອຸປະກອນເຕັກນິກທີ່ກ່ຽວຂ້ອງກັບວິຊາຊີບດັ່ງກ່າວໃນ 17 ສະຖາບັນອາຊີວະສືກສາທົ່ວປະເທດ ໃນນັ້ນ ການສ້າງໂຮງແຮມເຝີກພາກປະຕິບັດ ຈຶ່ງນອນຢູ່ໃນກິດຈະກຳເພື່ອປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງຂອງຫຼັກສູດດັ່ງກ່າວ ເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບໄປ ມີທັກສະສີມືສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ມີໂອກາດມີວຽກເຮັດງານທຳຫຼາຍຂຶ້ນ.

ການປຸກສ້າງໂຮງແຮມເຝີກປະຕິບັດຫຼັງນີ້ ໄດ້ເລີ່ມການລົງມືແຕ່ເດືອນມິຖຸນາ 2019 ແລະ ໃຊ້ເວລາສ້າງທັງໝົດ 12 ເດືອນຈຶ່ງສຳເລັດ ໂດຍແມ່ນບໍລິສັດ UNOF ເປັນຜູ້ອອກແບບ ຕິດຕາມການກໍ່ສ້າງ ແລະ ບໍລິສັດແກ້ວມີສີກໍ່ສ້າງ ແລະ ອອກແບບຈຳກັດ ເປັນຜູ້ລົງມືຮັບເໝົາກໍ່ສ້າງ ໃນນັ້ນ ປະກອບມີຫ້ອງຮຽນ ຫ້ອງປະຊຸມ ຫ້ອງອາຫານ ຫ້ອງຄົວ ຫ້ອງນອນ ແລະ ຫ້ອງຊັກລີດ ພ້ອມທັງມີອຸປະກອນເຕັກນິກໄດ້ມາດຕະຖານຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 550.000 ເອີໂຣ ຫຼືປະມານ 5,94 ຕື້ກີບ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວຕື່ມວ່າ: ໂຮງແຮງເຝີກພາກປະຕິບັດຫຼັງນີ້ ມີຄວາມສຳຄັນສຳລັບນັກຮຽນຂະແໜງການໂຮງແຮມ ແລະ ການທ່ອງທ່ຽວ ໂດຍສະເພາະນັກຮຽນວິທະຍາໄລເຕັກນິກແຂວງວຽງຈັນ ໃນການຈັດການຮຽນ-ການສອນວິຊາການໂຮງແຮມ ການຄັດເລືອກເອົາເມືອງວັງວຽງເປັນບ່ອນສ້າງໂຮງແຮມເຝີກປະຕິບັດ ເພາະຢາກໃຫ້ແທດເໝາະ ແລະ ຕິດພັນກັບສະພາບຄວາມເປັນຈິງຂອງການຈັດການຮຽນ-ການສອນຂອງພາກວິຊາການໂຮງແຮມ ແລະ ການທ່ອງທ່ຽວ ອີກທັງວັງວຽງເປັນເມືອງທີ່ມີຄວາມສວຍງາມ ແລະ ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາທ່ຽວຫຼາຍ ມີຄວາມພ້ອມໃນດ້ານຕ່າງໆ.

ໂຮງແຮມເຝີກປະຕິບັດແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນປະຕິບັດຕົວຈິງຂອງນັກສຶກສາເພື່ອພັດທະນາໃຫ້ມີທັກສະສີມືແຮງງານແລ້ວ ຍັງເປັນສັນຍາລັກຂອງສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ປະເທດລຸກຊຳບວກ ແລະ ປະເທດສະວິດ ຂ້າພະເຈົ້າເຊື່ອໝັ້ນວ່າ ໂດຍຜ່ານຂະບວນການດັ່ງກ່າວ ຈະເຮັດໃຫ້ສາມາດປັບປຸງຄຸນນະພາບການຈັດການຮຽນ-ການສອນ ກໍຄືເຮັດໃຫ້ຜູ້ທີ່ຮຽນຈົບວິຊາການໂຮງແຮມ ແລະ ທ່ອງທ່ຽວ ມີຄວາມຮູ້ຄວາມສາມາດ ແລະ ມີທັດສະນະຄຸນສົມບັດວິໄນແຮງງານ ແລະ ເຮັດໃຫ້ນັກຮຽນມີວຽກເຮັດງານທຳໃນສາຂານີ້ຫຼາຍຂຶ້ນ.
# ພາບ & ຂ່າວ: ລັດເວລາ