ໃນວັນທີ 2 ກັນຍາ 2020 ທີ່ອົງການກາແດງລາວ ທ່ານ ສົມກຽດ ຣາມາສູດ ປະທານບໍລິສັດ ສິຣິກີດ ການຄ້າ ຈຳກັດ ພ້ອມດ້ວຍຄອບຄົວ ໄດ້ນຳຜະລິດຕະພັນເຄື່ອງດຶ່ມ ເປັນນ້ຳໝາກໄມ້ ຈຳນວນ 100 ແກັດ ມູນຄ່າ 8 ລ້ານກີບ ມາມອບໃຫ້ແກ່ອົງການກາແດງລາວ ຕາງໜ້າຮັບໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ສົດກຽດ ຣາມາສູດ ໄດ້ກ່າວວ່າ: ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍ ສະເພາະ ພໍ່ແມ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມເຂດພາກກາງ ແລະ ພາກໃຕ້ຂອງລາວ ໄດ້ມີນ້ຳດຶ່ມທີ່ສະ ອາດ ທາງບໍລິສັດຂໍເປັນສ່ວນໜຶ່ງມອບນ້ຳໝາກໄມ້ ຈຳນວນ 100 ແກັດ ເພື່ອປະກອບສ່ວນຄັ້ງນີ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງສາມາດຜ່ານຜ່າວິກິດການຄັ້ງນີ້ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພ້ອມນີ້ ທ່ານປະທານອົງການກາແດງລາວ ໄດ້ກ່າວສະແດງຄວາມຂອບໃຈທີ່ທາງຄອບຄົວທ່ານ ສົມກຽດ ກໍຄືບໍລິສັດ ທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງຊ່ວຍເຫຼືອຄັ້ງນີ້ ໄປຮອດໄປ ເຖິງມືພໍ່ແມ່ປະຊາຊົນ ເຊິ່ງຜ່ານມາ ກໍມີຫຼາຍພາກສ່ວນໃນສັງຄົມໃຫ້ການຊ່ວຍເຫຼືອ ແຕ່ກໍຍັງບໍ່ພຽງພໍ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທ່ານທີ່ມີໃຈສັດທາ ຢາກປະກອບສ່ວນໃຫ້ການຊ່ວຍເຫຼືອ ກໍສາມາດ ຕິດຕໍ່ມາທີ່ອົງການກາແດງລາວ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂທລະສັບ 021 253014 ໄດ້ຕາມໂມງເວລາລັດຖະການ.
# ພາບ & ຂ່າວ: ບຸນມີ