ຮອງນາຍົກລັດຖະມົນຕີ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ຄະ­ນະ ໄດ້​ຢ້ຽມ­ຢາມ ແລະ ຕິດ­ຕາມ​ກວດ­ກາ​ຄວາມ​ຄືບ​ໜ້າ­ການ​ປະ­ຕິ­ບັດ​ໂຄງ­ການ​ປຸກ​ສ້າງ​ຫໍ​ສະ­ພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ວັນ​ທີ 2 ພະ­ຈິກ 2020 ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫົວ­ໜ້າ​ຄະ­ນະ​ຊີ້​ນຳ​ໂຄງ­ການ​ປຸກ​ສ້າງ​ຫໍ​ສະ­ພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ເກດ​ແກ້ວ ສີ​ຫາ​ລາດ ຮອງ​ປະ­ທານ​ກຳ­ມາ​ທິ​ການ​ແຜນ­ການ​ເງິນ ແລະ ການ​ກວດ​ສອບ ຮອງ​ຫົວ­ໜ້າ​ຄະ­ນະ​ຄຸ້ມ​ຄອງ​ໂຄງ­ການ​ປຸກ​ສ້າງ​ຫໍ​ສະ­ພາ​ແຫ່ງ​ຊາດ​ຫຼັງ​ໃໝ່ (ຜູ້​ປະ­ຈຳ­ການ) ລາຍ​ງານ​ໃຫ້​ຮູ້​ວ່າ: ການ​ກໍ່­ສ້າງ​ໂຄງ­ການ​ພາກ​ສະ­ໜາມ​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໄດ້​ດຳ­ເນີນ​ມາ​ປົກ­ກະ­ຕິ ໂດຍ​ເລີ່ມ​ແຕ່​ປີ 2018 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ໄດ້​ປະ­ຕິ­ບັດ​ວຽກ​ສຳ­ເລັດ​ຄື: ວຽກ​ໂຄງ​ສ້າງ ວຽກ​ຝາ​ກໍ່ ວຽກ​ຕິດ​ຕັ້ງ​ວົງ​ກົບ​ປະ­ຕູ ວຽກ​ຝາ​ໂບກ ແລະ ວຽກ​ຕິດ​ກາ​ໂລ່​ເຊ​ລາ​ມິກ​ສຳ­ເລັດ 100% ວຽກ​ໂອບ​ຫີນ 65% ວຽກ​ລະ­ບົບ​ຕ່າງໆ 85% ສັງ​ລວມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໜ້າ​ວຽກ​ທັງ​ໝົດ​ແມ່ນ​ສຳ­ເລັດ 80% ສ່ວນ​ແຜນ​ວຽກ​ໃນ­ຕໍ່­ໜ້າ ຈະ​ໄດ້​ເລັ່ງ​ໃສ່​ໜ້າ​ວຽກ​ທີ່​ຈຳ­ເປັນ​ເຊັ່ນ: ການ​ຕົບ­ແຕ່ງ​ນອກ​ອາ­ຄານ (ໂອບ​ຫີນ) ທາງ​ເຂົ້າ-ອອກ​ອາ­ຄານ ຫ້ອງ​ໂຖງ​ໃຫຍ່ ເດີ່ນ​ດ້ານ​ນອກ​ອາ­ຄານ ແລະ ບັນ­ດາ​ໜ້າ​ວຽກ​ພື້ນ­ຖານ​ທັງ​ໝົດ​ທີ່­ຢູ່​ຊັ້ນ 1 ແລະ ຊັ້ນ 2 ຂອງ​ອາ­ຄານ ເພາະ­ວ່າ​ລະ­ບົບ​ການ​ຄຸ້ມ​ຄອງ​ອາ­ຄານ​ທັງ​ໝົດ​ແມ່ນ​ພົວ­ພັນ​ກັບ​ສອງ​ຊັ້ນ​ດັ່ງ­ກ່າວ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ທັນ​ແຜນ­ການ​ມອບ​ຮັບ​ຢ່າງ​ເປັນ​ທາງ​ການ ໃນ​ທ້າຍ​ເດືອນ​ມັງ­ກອນ 2021 ທີ່​ຈະ​ເຖິງ​ນີ້.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!