ວັນທີ 1 ພະຈິກ 2020 ທີ່ຫໍວັດທະນະທຳແຫ່ງຊາດ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໄດ້ຈັດກິດຈະກຳແຂ່ງຂັນ BCEL One Super Contest ຂຶ້ນ ເປັນປະທານຂອງທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ ມີທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ຄະນະຜູ້ບໍລິຫານ ແລະ ພະນັກງານ ທຄຕລ ພ້ອມມວນຊົນເຂົ້າຮ່ວມ.

ການແຂ່ງຂັນໂຄງການດັ່ງກ່າວ ເປັນຄັ້ງທຳອິດທີ່ ທຄຕລ ຈັດຂຶ້ນ ເພື່ອແຂ່ງຂັນທົດສອບຄວາມຮູ້ກ່ຽວກັບການນຳໃຊ້ຜະລິດຕະພັນ BCEL One ຂອງ ທຄຕລ ເຊິ່ງເປັນຜະລິດຕະພັນທີ່ມີການພັດທະນາ ແລະ ປັບປຸງຟັງຊັ່ນການນຳໃຊ້ຂຶ້ນມາໃໝ່ເລື້ອຍໆ ເພື່ອໃຫ້ລູກຄ້າເຂົ້າຮ່ວມຊີງລາງວັນມູນຄ່າຫຼາຍກວ່າ 70 ລ້ານກີບ ແລະ ໄດ້ເຊັນສັນຍາເປັນ Brand Ambassador ຜະລິດຕະພັນ BCEL One ຂອງ ທຄຕລ ໂຄງການເລີ່ມເປີດລົງທະບຽນເດືອນມິຖຸນາ ຫາທ້າຍເດືອນກັນຍາ 2020 ມີຜູ້ລົງທະບຽນສອບເສັງທັງໝົດ 12.000 ຄົນ ໄດ້ສຳເລັດການສອບເສັງຄັ້ງທີ 1 ວັນທີ 14 ກັນຍາ ຫາ 11 ຕຸລາ 2020 ໂດຍແບ່ງອອກເປັນ 4 ງວດ ສາມາດຄັກເລືອກໄດ້ 100 ຄົນ ຄັ້ງທີ 2 ສອບເສັງວັນທີ 17 ຕຸລາ 2020 ຄັດເລືອກເອົາ 20 ຄົນເຂົ້າຮອບຊີງຊະນະເລີດ ແລະ ຄັ້ງທີ 3 ຈັດຂຶ້ນວັນທີ 1 ພະຈິກ 2020 ຄັດເລືອກເອົາ 3 ຄົນ ຜ່ານການແຂ່ງຂັນ ໄດ້ອັນດັບທີ 1 ນາງ ຈັນທະສອນ ຈັນທະສອນ ແຂວງຈຳປາສັກ ໄດ້ຮັບລາງວັນເງິນສົດ 30 ລ້ານກີບ ພ້ອມໂລ້ລາງວັນ ທີ 2 ນາງ ແກ້ວອຸດອນ ໄຊຍະສອນ ນະຄອນຫຼວງວຽງຈັນ ໄດ້ຮັບລາງວັນເງິນ 15 ລ້ານກີບ ແລະ ທີ 3 ທ້າວ ຍຸດທະນາ ໄຊຍະວົງ ນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ 10 ລ້ານກີບ ສ່ວນຜູ້ເຂົ້າຮອບ 20 ຄົນໄດ້ຮັບລາງວັນຊົມເຊີຍຜູ້ລະ 1 ລ້ານກີບ.



# ຂ່າວ & ພາບ: ສົມສະຫວັນ