ວັນທີ 1-2 ພະຈິກ 2020 ທ່ານ ໄຂແກ້ວ ດາລາວົງ ປະທານສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ ໂຮງຮຽນ ມສ ລາວ-ຫວຽດນາມ ແລະ ທ່ານ ພອນປະເສີດ ເສດຖາທິຈາກ ຜູ້ອຳນວຍການໂຮງຮຽນ ມສ ລາວ-ຫວຽດນາມ ພ້ອມຄະນະ ແລະ ຄູອາຈານ ໄດ້ນຳເອົາວັດຖຸປັດໄຈ ເຄື່ອງນຸ່ງຫົ່ມນັກຮຽນ ເຄື່ອງອຸປະໂພກ-ບໍລິໂພກ ອຸປະກອນການສຶກສາ ເງິນ ແລະ ອື່ນໆ ທີ່ໄດ້ຈາກການປະກອບສ່ວນຂອງພໍ່ແມ່ຜູ້ປົກຄອງນັກຮຽນໂຮງຮຽນ ມສ ລາວ-ຫວຽດນາມ ມີເຄື່ອງມູນຄ່າ 10.162.000 ກີບ ແລະ ເງິນ 13.450.000 ກີບ ແລະ ການສົມທົບຂອງບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8 ມີປ່ອງປາ ໝີ່ສຳເລັດຮູບ 7 ແກັດ ເງິນ 7 ລ້ານກີບ ແລະ ຊ່ວຍລົດບັນທຸກເຄື່ອງໄປສົ່ງໄປມອບໃຫ້ຄອບຄົວຄູອາຈານ ແລະ ນັກຮຽນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຢູ່ເມືອງເຊໂປນ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ ເພື່ອເປັນການບັນເທົາທຸກ.



# ຂ່າວ & ພາບ: ສົມສະຫວັນ