JDB ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງ

ເພື່ອ​ເຮັດ​ໃຫ້​ກອງ​ປະ­ຊຸມ​ໃຫຍ່ ​ຜູ້​ແທນ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ VII ເຊິ່ງ​ຈັດ​ຂຶ້ນ​ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 28-29 ຕຸ­ລາ 2020 ຜ່ານ​ມາ ມີ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ ວັນ​ທີ 29 ຕຸ­ລາ 2020 ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ (JDB) ໄດ້​ນຳ​ເອົາ​ເງິນ​ໄປ​ມອບ​ໃຫ້ ນວ 50 ລ້ານ​ກີບ ເພື່ອ​ປະ­ກອບ­ສ່ວນ​ຊຸກ­ຍູ້​ກອງ​ປະ­ຊຸມ ກ່າວ​ມອບ​ໂດຍ​ທ່ານ ວິ­ໄລ ສີ​ພະ​ພອນ ຜູ້­ອຳ­ນວຍ­ການ​ໃຫຍ່​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ພ້ອມ​ຄະ­ນະ​ຜູ້​ບໍ­ລິ­ຫານ ແລະ ກ່າວ​ຮັບ​ໂດຍ​ທ່ານ ປອ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເລ­ຂາ​ຄະ­ນະ​ພັກ ຮອງ​ເຈົ້າ​ຄອງ ນວ ພ້ອມ​ທ່ານ ສີ​ລິ​ລາດ​ທົງ​ສິນ ທອງ​ເພັງ ຄະ­ນະ​ພັກ ຫົວ­ໜ້າ​ພະ­ແນກ­ການ​ເງິນ ນວ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!