3GPP ປະກາດພັນທະມິດເຄືອຂ່າຍ 5G Deterministic Networking Alliance (5GDNA) ເປັນຄູ່ຮ່ວມງານທີ່ເປັນຕົວແທນດ້ານການຕະຫຼາດ (MRP) ຂອງຕົນ ວັນທີ 27 ຕຸລາຜ່ານມາ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ເຮັດໃຫ້ເປັນສະມາຊິກອົງກອນທີ 3 ຈາກອຸດສາຫະກຳແນວຕັ້ງ 5G ຮອງຈາກ 5G Automotive Association (5GAA) ແລະ 5G Alliance for Connected Industries and Automation (5G-ACIA) ການຮ່ວມມືຄັ້ງນີ້ ສະແດງໃຫ້ເຫັນການເພີ່ມຂຶ້ນຂອງ 5GDNA ໃນມາດຕະຖານ 5G ແລະ ອຸດສາຫະກຳ 5G B2B ເຊິ່ງຈະຊ່ວຍເລັ່ງການໃຊ້ຄວາມສາມາດຂອງເຄືອຂ່າຍກຳນົດທິດທາງ 5G Deterministic Networking (5GDN) ນຳເອົາອຸດສາຫະກຳໄປສູ່ການມອບປະສົບການທີ່ກຳນົດ ແລະ ເປີດໂອກາດໃໝ່ໆ.

3GPP ເປັນອົງກອນມາດຕະຖານສາກົນດ້ານໂທລະຄົມມະນາຄົມທີ່ໃຫຍ່ ແລະ ສຳຄັນທີ່ສຸດໃນໂລກ ມີສະມາຊິກທີ່ປະກອບດ້ວຍພັນທະມິດຂອງອົງກອນ MRPs ແລະ ສະມາຊິກແຕ່ລະຄົນ ເຊິ່ງ MRPs ຈະໃຫ້ຂໍ້ກຳນົດ ແລະ ຄຳແນະນຳຂອງຕະຫຼາດກ່ຽວກັບບໍລິການການສື່ສານເຄື່ອນທີ່ ຄຸນສົມບັດ ແລະ ໜ້າທີ່ການເຮັດວຽກ MRP ຂອງ 3GPP ຄື: GSMA GSA IPV6 Forum 5GAA 5G-ACIA ແລະ TDIA.
ທ່ານ Jason Dai ປະທານ 5GDNA ປະທານຝ່າຍຍຸດທະສາດ ແລະ ພັດທະນາທຸລະກິດເຄືອຂ່າຍ Cloud ຂອງຫົວເຫວີຍ ກ່າວວ່າ: 5GDN ເປັນຮາກຖານທີ່ສຳຄັນຂອງການປ່ຽນແປງທາງດິຈີຕອນໃນອຸດສາຫະກຳ ແລະ ການເຂົ້າຮ່ວມ 3GPP ໃນຖານະ MRP ຖືເປັນກ້າວສຳຄັນຂອງການພັດທະນາ 5GDNA ພວກເຮົາຍິນດີຕ້ອນຮັບພັນທະມິດໃນອຸດສາຫະກຳອື່ນໆ ເພື່ອເຂົ້າຮ່ວມກັບພວກເຮົາ ແລະ ມຸ່ງໝັ້ນທີ່ຈະເປີດກວ້າງການເຮັດວຽກ ແລະ ຄວາມສຳເລັດຮ່ວມກັນ ເປົ້າໝາຍຂອງພວກເຮົາຄືການໃຊ້ປະໂຫຍດຈາກແບບຢ່າງອຸດສາຫະກຳ ເພື່ອກວດສອບຄວາມເປັນໄປໄດ້ທາງເຕັກນິກໃນຮູບແບບການຄ້າຂອງ 5GDN ກຳນົດມາດຕະຖານ ແລະ ນະໂຍບາຍອຸດສາຫະກຳ ເພື່ອສຳຮອງການໃຊ້ 5GDN ໃນຮູບແບບການຄ້າຂະໜາດໃຫຍ່ ແລະ ທຳລາຍກຳແພງດ້ານເຕັກໂນໂລຊີ ທຸລະກິດລະບົບນິເວດຂອງອຸດສາຫະກຳ ແລະ ກົດລະບຽບເພື່ອຮ່ວມກັນນຳໄປສູ່ອະນາຄົດທີ່ປະສົບຄວາມສຳເລັດສຳລັບອຸດສາຫະກຳ 5G.
# ຂ່າວ & ພາບ: ສະບາໄພ