ຄາເຟ່ ອາເມຊອນ ຈັດກິດຈະກຳສົ່ງເສີມການຂາຍ ໃນໂຄງການ “ລຸ້ນໂຊກໃຫຍ່ ສຸກໃຈ ໄປກັບບິນຄາເຟ່ອາເມຊອນ” ໂດຍການຈັບລາງວັນ ແລະ ປະກາດຜົນຄັ້ງທີ 2 ວັນທີ 30 ຕຸລາ 2020 ຢູ່ຄາເຟ່ ອາເມຊອນ ສາຂາໂພນຕ້ອງ ນະຄອນຫຼວງວຽງຈັນ ເພື່ອໃຫ້ລູກຄ້າທົ່ວປະເທດມີສິດໄດ້ລາງວັນໃຫຍ່ເຊັ່ນ: ລົດຈັກ Honda PCX i150 ໂທລະສັບມີຖື ກະເປົາ ບັດຂອງຂວັນ ແລະ ລາງວັນອື່ນໆອີກ.

ທ່ານມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ PTT (ລາວ) ຈຳກັດ ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນຄັ້ງທີ 2 ເຊິ່ງລູກຄ້າໄດ້ໃຫ້ຄວາມສົນໃຈຫຼາຍ ໃບບິນຮ່ວມຊິງໂຊກຄັ້ງນີ້ ໄດ້ມີການເພິ່ມຂຶ້ນເປັນພິເສດ ພວກເຮົາຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຜົນຕອບຮັບທີ່ດີ ຂໍຂອບໃຈລູກຄ້າທີ່ເຊື່ອໝັ້ນ ແລະ ເຂົ້າມາໃຊ້ບໍລິການນຳພວກເຮົາຕະຫຼອດມາ ແລະ ເຮົາຫວັງວ່າ ຄາເຟ່ ອາເມຊອນ ຈະຍັງຢູ່ໃນຫົວໃຈລູກຄ້າແບບນີ້ຕະຫຼອດໄປ ລູກຄ້າສາມາດຮ່ວມລຸ້ນໂຊກຮັບຂອງລາງວັນໄດ້ ໂດຍປ່ອນໃບບິນຄາເຟ່ ອາເມຊອນ ມູນຄ່າ 20.000 ກີບຂຶ້ນໄປ ໂດຍເກັບສະສົມໃບບິນແຕ່ເດືອນສິງຫາ-30 ພະຈິກ 2020 ກຳນົດຈັບລາງວັນ 3 ຄັ້ງ ຄື: ຄັ້ງທີ 1 ວັນທີ 30 ກັນຍາ 2020 ຄັ້ງທີ 2 ວັນທີ 30 ຕຸລາ 2020 ຄັ້ງທີ 3 ວັນທີ 30 ພະຈິກ 2020 ເຖິງຈະພົບວິກິດໂຄວິດ-19 ແຕ່ພວກເຮົາກໍຈະສ້າງກິດຈະກຳດີໆເພື່ອຕອບແທນລູກຄ້າຕະຫຼອດໄປ.

ການຈັບສະຫຼາກຄັ້ງທີ 2 ປະກອບມີລາງວັນທີ 1 ລົດຈັກ Honda PCX i150 ຈຳນວນ 1 ລາງ ວັນ ຜູ້ໂຊກດີໄດ້ແກ່ທ່ານນາງ ສຸພາພອນ ແສງມີໄຊ ຈາກນະຄອນຫຼວງວຽງຈັນ ເບີໂທ 020 22239678 ລາງວັນທີ 2 ໂທລະສັບມືຖື OPPO A92 ທ່ານນາງ ສຸພີ ພົມມະສິດ ຈາກນະຄອນຫຼວງວຽງຈັນ ເບີໂທ 020 58808815 ແລະ ທ່ານນາງ ສຸພັນສາ ຕານລະມະນີ ຈາກນະຄອນຫຼວງວຽງຈັນ ເບີໂທ 020 59088898 ນອກນີ້ ຍັງມີລາງວັນກະເປົາເດີນທາງອາເມຊອນ 5 ລາງວັນ ແລະ ບັດຂອງຂວັນຄາເຟ່ອາເມຊອນ 10 ລາງວັນ ເຊິ່ງລາຍຊື່ຜູ້ໂຊກດີ ສາມາດຕິດຕາມໄດ້ທີ່ເຟສບຸກ Cafe amazon Lao PDR.

# ຂ່າວ & ພາບ: ສະບາໄພ