ພິທີຖະແຫຼງຂ່າວ ແລະ ຈັບສະຫຼາກ ການແຂ່ງຂັນເຕະບານຊາຍ (11 ຄົນ) ຊີງຂັນຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 30 ຕຸລາ 2020 ຢູ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍມີທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມນັ້ນ ກໍຍັງມີຕາງໜ້າຜູ້ຮ່ວມສະໜັບສະໜູນ ຕົວແທນຂອງແຕ່ລະທີມ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດແຂ່ງຂັນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຂະບວນການໃຫຍ່ຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ລວມເຖິງວັນສຳຄັນອື່ນໆ ດັ່ງນັ້ນ ຈຶ່ງຈັດການແຂ່ງຂັນດັ່ງກ່າວນີ້ຂຶ້ນ ເພື່ອກະຕຸກຊຸກຍູ້ ເຕົ້າ ໂຮມຄວາມສາມັກຄີລະຫວ່າງລັດຖະກອນ ສົ່ງເສີມການອອກກຳລັງກາຍໃຫ້ຊາວໜຸ່ມໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ເປັນການປຸກລະດົມບໍລິຈາກ ເພື່ອສົມທົບວັດຖຸຈິດໃຈຊ່ວຍພີ່ນ້ອງບັນດາເຜົ່າລາວທີ່ປະສົບໄພນ້ຳຖ້ວມທີ່ເກີດຂຶ້ນໃນລາວປັດຈຸບັນ.
ການແຂ່ງຂັນຄັ້ງນີ້ ຈະເປີດຂຶ້ນລະຫວ່າງວັນທີ 11 ພະຈິກ – 18 ທັນວາ 2020 ຢູ່ສະໜາມລ້ານຊ້າງ ສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ຜ່ານການຈັບສະຫຼາກ ແບ່ງອອກເປັນ 6 ກຸ່ມຄື:
ກຸ່ມ A ໂຍທາທິການ ແລະ ຂົນສົ່ງ ກະຊວງແຜນການ ແລະ ການລົງທຶນ ກະຊວງສຶກສາທິການ ແລະ ກີລາ ກະຊວງການເງິນ.
ກຸ່ມ B ສູນກາງຊາວໜຸ່ມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະຖາບັນວິທະຍາສາດ ແລະ ສັງຄົມແຫ່ງຊາດ ສູນກາງແນວລາວສ້າງຊາດ.
ກຸ່ມ C ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ກະຊວງກະສິກຳ ແລະ ປ່າໄມ້ ຫ້ອງວ່າການສູນກາງພັກ ກະຊວງສາທາລະນະສຸກ.
ກຸ່ມ D ສານປະຊາຊົນ ກະຊວງຕ່າງປະເທດ ກະຊວງຍຸຕິທຳ ສູນກາງສະຫະພັນກຳມະບານ.
ກຸ່ມ E ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທະນາຄານແຫ່ງ ສປປ ລາວ ຄະນະກວດກາສູນກາງພັກ ແລະ ອົງການກວດສອບລັດຖະບານ.
ກຸ່ມ F ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງຊັບພະຍາກອນທຳມະຊາດ – ສິ່ງແວດລ້ອມ ແລະ ກະຊວງປ້ອງກັນຄວາມສະຫງົບ.
# ຂ່າວ & ພາບ: ສີພອນ