ການແຂ່ງຂັນກີລາກ໊ອຟ ສະຫຼອງວັນຊາດ ຄົບຮອບ 45 ປີ ຈະຈັດຂຶ້ນ 21 ພະຈິກ

ພິ­ທີ​ຖະ­ແຫຼງ​ຂ່າວ ກະ­ກຽມ​ຈັດ­ການ​ແຂ່ງ­ຂັນ​ກີ​ລາກ໊ອຟ​ມິດ­ຕະ­ພາບ ເພື່ອ​ສ້າງ​ຂະ​ບວນ​ການ​ສະ­ຫຼອງ​ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ ຈັດ​ຂຶ້ນ​ວັນ​ທີ 30 ຕຸ­ລາ 2020 ຢູ່​ຮ້ານ​ອາ­ຫານ​ສາຍ­ໃຈ ນະ­ຄອນ ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ກອງ​ສີ ແສງ​ມະ­ນີ ອະ­ດີດ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ປະ­ທານ​ສະ­ຫະ­ພັນ​ກີ​ລາກ໊ອຟ​ແຫ່ງ​ຊາດ​ລາວ ມີ​ທ່ານ ຟານ​ແທັງ​ຕວັນ ຜູ້­ຕາງ­ໜ້າ​ຈາກ​ທະ­ນາ­ຄານ ຊາ​ຄອມ​ແບັງ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ງານ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ກອງ​ສີ ແສງ​ມະ­ນີ ກ່າວ​ວ່າ: ການ​ຈັດ­ການ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ການ​ແຂ່ງ­ຂັນ​ແບບ​ມິດ­ຕະ­ພາບ ລະ­ຫວ່າງ​ນັກ​ກີ​ລາກ໊ອຟ ແລະ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ບໍ່​ແມ່ນ​ເປັນ​ການ​ຫາ​ລາຍ​ໄດ້​ແຕ່​ຢ່າງ­ໃດ ເຊິ່ງ​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຫຼາຍ ໃນ​ການ​ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ ສະ­ນັ້ນ ຖື​ໂອ­ກາດ​ນີ້ ຂໍ​ຝາກ​ເຖິງ​ບັນ­ດາ​ນັກ​ກີ​ລາກ໊ອຟ​ທັງ​ຊາວ​ລາວ ແລະ ຊາວ​ຕ່າງ​ຊາດ​ທີ່​ມາ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເຂົ້າ​ຮ່ວມ​ເຮັດ​ໃຫ້­ການ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້​ດຳ­ເນີນ​ໄປ​ດ້ວຍ​ບັນ­ຍາ­ກາດ​ທີ່​ມີ​ສີ­ສັນ​ຟົດ­ຟື້ນ ເລີ່ມ​ເປີດ​ຮັບ​ສະ­ໝັກ​ແຕ່​ມື້­ນີ້​ເປັນ­ຕົ້ນ​ໄປ ແລະ ປິດ​ຮັບ​ສະ­ໝັກ​ໃນ​ວັນ​ທີ 18 ພະ­ຈິກ 2020 ສ່ວນ​ວັນ​ແຂ່ງ­ຂັນ​ຈະ​ໄດ້​ຈັດ​ຂຶ້ນ​ວັນ​ທີ 21 ພະ­ຈິກ 2020 ຢູ່​ສະ​ໜາມ​ກ໊ອຟ ລ໋ອງ​ແທ໋ງ ລ໋ອງ​ວຽນ ນະ­ຄອນ­ຫຼວງ​ວຽງ​ຈັນ ສຳ­ລັບ​ນັກ­ກີ­ລາ ລົງ­ທະ­ບຽນ​ເຂົ້າ​ຮ່ວມ​ແຂ່ງ­ຂັນ 850.000 ກີບ​ຕໍ່​ໜຶ່ງ​ຄົນ ສ່ວນ​ລາ­ງວັນ​ແມ່ນ​ມີ​ເຖິງ 11 ຂັນ​ລາ­ງວັນ.

# ຂ່າວ & ພາບ: ສີ​ພອນ

error: Content is protected !!