ພິທີປະກາດແຕ່ງຕັ້ງຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ຂອງພະແນກຍຸຕິທຳນະຄອນຫຼວງ ວຽງຈັນ (ນວ) ຈັດຂຶ້ນວັນທີ 30 ຕຸລາ 2020 ທີ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ພູທອນ ແກ້ວ ດວງມະນີ ຫົວໜ້າພະແນກຍຸຕິທຳ ນວ ພ້ອມດ້ວຍທ່ານຮອງຫົວໜ້າພະແນກ ຫົວໜ້າ ຮອງຫົວໜ້າ ຂະແໜງ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳ ນວ ຂຶ້ນຜ່ານຂໍ້ຕົກລົງແຕ່ງຕັ້ງ ຫົວໜ້າ ຮອງຫົວໜ້າຂະແໜງ ໂດຍອີງຕາມມາດຕາທີ 19 ແລະ ມາດຕາທີ 20 ໝວດທີ IV ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງປີ 2015) ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 201 5 ກ່ຽວກັບພາລະບົດບາດ ສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງນະຄອນຫຼວງ ອີງຕາມໜັງສືແຈ້ງຕອບຂອງກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ໜັງສືສະເໜີຂອງຄະນະຈັດຕັ້ງ ນວ ເຈົ້າຄອງ ນວ ຕົກລົງແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ຂອງພະແນກຍຸຕິທຳ ນວ ແຕ່ງຕັ້ງຫົວໜ້າ ຂະແໜງ ຈຳນວນ 7 ທ່ານ ພ້ອມທັງແຕ່ງຕັ້ງຮອງຫົວໜ້າຂະແໜງອີກ 8 ທ່ານ ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ວັນທີ 14 ຕຸລາ 2020 ເປັນຕົ້ນໄປ.





# ຂ່າວ & ພາບ: ບຸນມີ