ຜ່ານການຄັດເລືອກຈາກຜູ້ສະໝັກເຂົ້າຮ່ວມການຄັດເລືອກ ນາງສາວລາວ ປີ 2020 ເຊິ່ງເລີ່ມມາແຕ່ ວັນທີ 17 ຕຸລາ 2020 ມາເຖິງວັນທີ 31 ຕຸລາ 2020 ຄະນະຜູ້ຈັດງານໄດ້ຈັດພິທີຖະແຫຼງຂ່າວສະເໜີຕົວ 40 ຄົນສຸດທ້າຍ ພ້ອມມົງກຸດຄັ້ງທຳອິດ.

ທ່ານ ຄົມປັນຍາ ເພງວິໄນຍາ ປະທານບໍລິສັດ ຄົມປັນຍາ ເອັນເຕີເທນເມັນ ທັງເປັນປະທານໂຄງຄັດເລືອກນາງສາວລາວ 2020 ໄດ້ກ່າວວ່າ: ໂຄງການຄັດເລືອກນາງສາວລາວ ພາຍໃຕ້ການຊີ້ນຳນຳພາຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໃນປີນີ້ ໂຄງການຄັດເລືອກຍັງສືບຕໍ່ຄົ້ນຫານາງສາວທີ່ມີປະຫວັດດີງາມ ສອດຄ່ອງກັບຮີດຄອງປະເພນີອັນຊົງຄຸນຄ່າ ນຳສະເໜີວິຖິຊີວິດຂອງແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ແລະ ຄຳຂວັນຂອງປີນີ້ແມ່ນ ແມ່ຍິງລາວດຸໝັ່ນ ພາກພຽນ ແລະ ອະນຸຮັກຮີດຄອງປະເພນີລາວ ສ່ວນການນຸ່ງຖືແມ່ນໄດ້ຮວບຮວມເອົາເສື້ອຜ້າແຜ່ນແພອັນປານິດ ທີ່ຜະລິດຈາກທຳມະຊາດ ສະແດງອອກສູ່ສາຍຕາພໍ່ແມ່ປະຊາຊົນຈາກການນຸ່ງຖືໃນປີນີ້.

ສະນັ້ນ ການສະເໜີຕົວຜູ້ຜ່ານເຂົ້າຮອບ 40 ຄົນສຸດທ້າຍນີ້ ແລະ ເປີດຮູບໂສມມົງກຸດຂອງນາງສາວລາວ ປີ 2020 ຈຶ່ງເປັນສິ່ງສຳຄັນຫຼາຍກ່ອນທີ່ 40 ນາງສາວຈະກ້າວເຂົ້າສູ່ຮອບເກັບຕົວ ແລະ ຈະປະກາດຜົນໃນວັນທີ 5 ທັນວາ 2020 ທີ່ຈະມາເຖິງ.

ພິທີຖະແຫຼງຂ່າວ ຜູ້ເຂົ້າຮອບ 40 ຄົນສຸດທ້າຍ ແລະ ເປີດໂຕມົງກຸດ ນາງສາວລາວ 2020 ຈັດຂຶ້ນວັນທີ 31 ຕຸລາ 2020 ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມປະຊາຊົນ ປະຕິວັດລາວ ທ່ານ ສິນທະມາລາ ລານາວັນ ຫົວ ໜ້າກົມໂຄສະນາອົບຮົມວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ.

# ຂ່າວ & ພາບ: ບຸນມີ