ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2020 ພາຍໃຕ້ຄຳຂວັນ “ອະນາຄົດ ຂຶ້ນກັບການກະທຳຂອງພວກເຮົາ ຈົ່ງພ້ອມກັນເພີ່ມພູນຜະລິດຜົນ ຮັບປະກັນຄວາມຍືນຍົງໃຫ້ທົ່ວເຖິງ” ຂຶ້ນວັນທີ 30 ຕຸລາ 2020 ຢູ່ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ມີທ່ານ ນາງ ຣິຄາດາ ເຣຍເຈີ ຜູ້ຕາງໜ້າອົງການສະຫະປະຊາຊາດ (ສປຊ) ເພື່ອການພັດທະນາປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ອົງການອາຫານ ແລະ ການກະເສດຂອງ ສປຊ ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມມາແຕ່ປີ 1980 ຕໍ່ມາ ສປຊ ກໍໄດ້ກຳເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລືບລ້າງຄວາມທຸກຍາກໃນປີ 1992 ແລະ ມາຮອດປີ 2003 ລັດຖະບານລາວກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ເປັນວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ແຕ່ການສະຫຼອງໃນປີນີ້ ພວກເຮົາໄດ້ເລື່ອນມາຈັດດັ່ງກ່າວເປັນວັນທີ 30 ຕຸລາ 2020 ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ທີ່ຈະໄຂຂຶ້ນໃນຕົ້ນເດືອນພະຈິກນີ້.

ການສະຫຼອງວັນດັ່ງກ່າວ ແມ່ນມີຄວາມສຳຄັນທີ່ສຸດ ເພາະເປັນການປູກຈິດສຳນຶກ ແລະ ສ້າງຄວາມຮູ້ໃຫ້ປະຊາຊົນໃນທົ່ວໂລກໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆຈາກການປ່ຽນແປງດິນຟ້າອາກາດ ແລະ ເປັນການແຈ້ງເຕືອນ ປຸກລະດົມກຳລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກ ເພື່ອເຝົ້າລະວັງ ປ້ອງກັນຜົນເສຍຫາຍທີ່ອາດເກີດຂຶ້ນ ແລະ ຮ່ວມກັນແກ້ໄຂຜົນຮ້າຍຂອງບັນດາໄພພິບັດທີ່ເກີດຂຶ້ນໃນປັດຈຸບັນ ທີ່ສົ່ງຜົນກະທົບຕໍ່ຂະບວນການຜະລິດໃນຫຼາຍແຫ່ງທົ່ວປະເທດ ໃຫ້ໄດ້ຮັບການຟື້ນຟູກັບສູ່ສະພາບປົກກະຕິ.

ສຳລັບປີ 2021 ຂະແໜງກະສິກຳພວກເຮົາໄດ້ວາງຄາດໝາຍສູ້ຊົນຜະລິດສະບຽງອາຫານເພື່ອທົດແທນຜົນເສຍຫາຍໃນປີຜ່ານມາຄື: ເນື້ອທີ່ປູກເຂົ້າ ສູ້ຊົນຜະລິດໃຫ້ໄດ້ 950.250 ເຮັກຕາ ຜົນຜະລິດ 3,53 ລ້ານໂຕນ ແລະ ພືດສະບຽງອາຫານຕ່າງໆ ເປັນຕົ້ນ ສາລີ ໃຫ້ໄດ້ 28.100 ເຮັກຕາ ຜົນຜະລິດ 271.000 ໂຕນ ເຜືອກ-ມັນໃຫ້ໄດ້ 17.500 ເຮັກຕາ ຜົນຜະລິດ 251.500 ໂຕນ ໝາກໄມ້ 64.300 ເຮັກຕາ ຜົນຜະລິດ 1,2 ລ້ານໂຕນ ແລະ ພືດຕ່າງໆສູ້ຊົນໃຫ້ 181.400 ເຮັກຕາ ຜົນຜະລິດ 1,5 ລ້ານໂຕນ ຜະລິດຊີ້ນ-ປາ ໃຫ້ໄດ້ 486.000 ໂຕນ ວຽກພັດທະນາຊົນນະບົດ ລືບລ້າງຄວາມທຸກຍາກ ສູ້ຊົນສ້າງຄອບຄົວໃຫ້ໄດ້ 20.436 ຄອບຄົວ ສ້າງບ້ານພົ້ນທຸກໃຫ້ໄດ້ 310 ບ້ານ ຄອບຄົວພັດທະນາໃຫ້ໄດ້ 24.572 ຄອບຄົວ ແລະ ສ້າງບ້ານພັດທະນາໃຫ້ໄດ້ 442 ບ້ານ.


# ຂ່າວ & ພາບ: ລັດເວລາ