
ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມສູນກັກຕົວ (ຊົ່ວຄາວ) ຢູ່ໂຮງຮຽນ ມສ ນ້ຳສັງ ຂອງກອງບັນຊາການ ປກສ ເມືອງສັງທອງ ວັນທີ 27 ມີນາ 2020 ໂດຍໄດ້ຮັບຟັງການລາຍງານຈາກທ່ານ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ ວ່າ: ໃນການເຂົ້າມາກວດກັ່ນກອງພະຍາດ COVID-19 ຂອງແຮງງານລາວທີ່ເດີນທາງມາແຕ່ປະເທດໄທ ໂດຍອີງຕາມໜັງສືແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ ແລະ ຄອບຄົວຄຸມແກ້ໄຂການແຜ່ລະບາດພະຍາດ COVID-19 ສະບັບເລກທີ 012/ສກພ ແລະ ແຈ້ງການຂອງທ່ານເຈົ້າເມືອງ ສະບັບເລກທີ 019/ຈສທ ຫຼັງຈາກໄດ້ຮັບການແຈ້ງການດັ່ງກ່າວ ຫ້ອງການສາທາລະສຸກເມືອງສັງທອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ແຕ່ວັນທີ 24-27 ມີນາ 2020 ຮອດປັດຈຸບັນ ມີແຮງງານລາວທີ່ເດີນທາງມາຈາກປະເທດໄທ ເຂົ້າກວດຢູ່ຈຸດດັ່ງກ່າວ 149 ຄົນ ຍິງ 117 ຄົນ.
ໃນການຈັດຕັ້ງປະຕິບັດຄັ້ງນີ້ ໄດ້ເຮັດບົດບັນທຶກສັນຍາກວດກັ່ນກອງອາການ ເຊິ່ງພົບກໍລະນີສົງໄສ 1 ກໍລະນີ ແລະ ໄດ້ຕິດຕາມກັບທີ່ ແລະ ສົ່ງຕໍ່ໂຮງໝໍໃຫຍ່ ສຳລັບຜູ້ບໍ່ມີກໍລະນີສົງໄສ ຄະນະຮັບຜິດຊອບໃຫ້ສູນສຶກສາຜູ້ກ່ຽວ ແລະ ຄອບຄົວ ພ້ອມສົ່ງໃຫ້ອຳນາດການປົກຄອງເປັນຜູ້ຕິດຕາມຄຸ້ມຄອງ ແລະ ທີມແພດຕິດຕາມອາການຈົນກວ່າຄົບກຳນົດ 14 ວັນ.


