ດ່ວນ! ສສກ ແຈ້ງການ ສະພາບນັກສຶກສາລາວ ຢູ່ ຫວຽດນາມ

        ກະຊວງສຶກສາທິການ-ກີລາ ອອກໜັງສືແຈ້ງການເຖິງ ຫົວໜ້າພະແນກສຶກ ສາທິການ ແລະ ກີລາແຂວງ/ນະຄອນຫຼວງ ທົ່ວປະເທດ ກ່ຽວກັບສະພາບຂອງນັກສຶກສາລາວຢູ່ ສສ ຫວຽດນາມ. ຕາມເນື້ອໃນຂອງແຈ້ງການສະບັບວັນທີ 404/ສສກ ລົງວັນທີ 31 ມີນາ 2020 ເຊິ່ງເນື້ອໃນແຈ້ງການສະບັບດັ່ງກ່າວລະບຸວ່າ: ກະຊວງສຶກສາທິການ ແລະ ກີລາ ຂໍຖືເປັນກຽດລາຍງານມາຍັງທ່ານຊາບກ່ຽວກັບສະພາບຂອງນັກສຶກສາລາວ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ແລະ ທັດສະນະຂອງກະຊວງສຶກສາ ທິການ ແລະ ກີລາ ກ່ຽວກັບການຂໍກັບຄືນປະເທດ ຂອງນັກສຶກສາລາວດັ່ງນີ້:

 1. ໃນໄລຍະຜ່ານມາຝ່າຍ ສສ ຫວຽດນາມ ກໍຄື ໂຮງຮຽນ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ດູແລເບີ່ງແຍງນັກສຶກສາລາວເປັນຢ່າງດີ ມີການກວດສຸຂະພາບ ແລະ ຈັດຫາອາຫານບໍ່ໃຫ້ຂາດແຄນ ປັດຈຸ ບັນຫວຽດນາມກໍມີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດໂດຍຫ້າມຄົນຕ່າງປະເທດເຂົ້າມາຢ່າງເດັດຂາດ ໂດຍໃຊ້ມາດຕະການຄືກັບ ສປປ ລາວ.

  2. ຖ້າວ່ານັກສຶກສາລາວຢູ່ທີ່ແຂວງຕ່າງໆຂອງ ສສ ຫວຽດນາມ ໂດຍສະເພາະ ຢູ່ແຂວງຮ່າຕິ້ງຫາກມີຄວາມປະສົງຈະກັບຄືນປະເທດໃນໄລຍະນີ້ ຕາມທັດສະ ນະຂອງກະກຊວງສຶກສາທິການ ແລະ ກິລາ ແມ່ນໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມ ຄອງຂອງໂຮງຮຽນທີ່ ສສ ຫວຽດນາມ.

  3.ຖ້າວ່າແຂວງໃດມີຈຸດປະສົງຢາກໃຫ້ນັກສຶກສາລາວກັບຄືນປະເທດ ໃຫ້ລາຍງານການນໍາແຂວງ ປະສານສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຢູ່ຂັ້ນສູນກາງ.

error: Content is protected !!