
ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີວາງລາງລົດໄຟເຫຼັກຂະໜາດ 500 ແມັດ ຢູ່ໂຄງການເສັ້ນທາງລົດໄຟລາວ-ຈີນ ຕອນນະຄອນຫຼວງວຽງຈັນ ວັນທີ 27 ມີນາ 2020 ເຊິ່ງສະແດງໃຫ້ເຫັນວ່າໂຄງການເສັ້ນທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະການວາງລາງລົດໄຟເປັນທາງການ ນອກນີ້ຍັງມີຄວາມຄືບໜ້າຫຼາຍໜ້າວຽກສຳຄັນ ໃນວຽກງານການກໍ່ສ້າງຂອງໂຄງການດັ່ງກ່າວ.

ນັບແຕ່ເລີ່ມກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເດືອນທັນວາ 2016 ເປັນຕົ້ນມາ ບັນດາວິສາຫະກິດ ລາວ ແລະ ຈີນ ທີ່ເຂົ້າຮ່ວມການກໍ່ສ້າງ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດ ເພື່ອໃຫ້ບັນລຸເປົ້າໝາຍທີ່ການນຳສອງປະເທດທີ່ຮ່ວມຕົກລົງກັນ ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ ເອົາຊະນະສະພາບແວດລ້ອມດ້ານທໍລະນີສາດທີ່ຊັບຊ້ອນ ສະພາບດິນຟ້າອາກາດທີ່ບໍ່ອຳນວຍ ແລະ ສິ່ງທ້າທາຍໃນການປົກປັກຮັກສາສິ່ງແວດລ້ອມ ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳເລັດ ໃນໄລຍະບຸນປີໃໝ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະ ຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ 10.000 ຄົນ ເພື່ອປະຕິບັດວຽກທັງເວັນ ແລະ ຄືນ ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທຸກໜ່ວຍງານ ກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ພ້ອມທັງໄດ້ຈັດສັນວຽກງານໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນຄວາມຄືບໜ້າຂອງໂຄງການ.


ໂຄງການເສັ້ນທາງລົດໄຟ ລາວ-ຈີນ ແມ່ນເຊື່ອມຈອດລະຫວ່າງນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ເປັນໂຄງການພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ແລະ ນະໂຍບາຍ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມຕໍ່ອະນຸພາກພື້ນ” ຂອງລາວ ທັງເປັນໂຄງການມິດຕະພາບ ລະຫວ່າງ ລາວ-ຈີນ ພາຍຫຼັງໂຄງການນີ້ສຳເລັດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດ ລາວ-ຈີນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.