ພິທີເຊັນສັນຍາ ການກໍ່ສ້າງໂຄງການນ້ຳປະປາ ແລະ ສຸຂາພິບານ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຈັດຂຶ້ນວັນທີ 26 ຕຸລາ 2020 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ລັດຕະນະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ແລະ ທ່ານ Aloun Yaganegi ຮອງຜູ້ອຳນວຍການບໍລິສັດ ໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ ໂດຍມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາຫົວໜ້າຫ້ອງການ ຫົວໜ້າກົມ ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ ກະຊວງການເງິນ ກະຊວງສາທາລະນະສຸກ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວັນສະແຫວງ ອຸດທະຈັກ ຫົວໜ້າໂຄງການສຸຂາພິບານຕົວເມືອງນ້ອຍ (ADB) ກ່າວວ່າ: ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ສຸຂາພິບານຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດເງິນກູ້ຢືມຈຳນວນ 35 ລ້ານໂດລາສະຫະລັດ (ປະມານ 323,67 ຕື້ກີບ) ເຊິ່ງຈະລົງມືກໍ່ສ້າງໃນວັນທີ 25 ພະຈິກ 2020 ໄລຍະການກໍ່ສ້າງທັງໝົດ 24 ເດືອນ ຄາດຄະເນວ່າຈະໃຫ້ສຳເລັດວຽກ 100% ຕາມແຜນການກຳນົດໄວ້ ໃນວັນທີ 25 ພະຈິກ 2022 ເຊິ່ງບໍລິສັດຮັບເໝົາກໍ່ສ້າງ ແມ່ນບໍລິສັດ ໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ.

# ພາບ & ຂ່າວ: ສີພອນ