ຄະນະກວດກາພັກ-ລັດ ແຂວງຫຼວງພະບາງ ໄດ້ຈັດພິທີມອບລົດຈັກ ແລະ ຄອມພິວເຕີ ໃຫ້ຄະນະກວດກາບັນດາເມືອງ ແລະ ນະຄອນຫຼວງພະບາງ ຂຶ້ນວັນທີ 26 ຕຸລາ 2020 ຢູ່ຄະນະກວດກາແຂວງ ໂດຍເປັນປະທານຂອງທ່ານ ບົວທອງ ແພງສະຫວັນ ປະທານຄະນະກວດກາພັກ-ລັດແຂວງ ມີຫົວໜ້າ-ຮອງຫົວໜ້າຄະນະກວດກາ 11 ເມືອງ ແລະ ນະຄອນຫຼວງພະບາງ ພ້ອມດ້ວຍພະນັກງານພາຍໃນຄະນະກວດກາແຂວງເຂົ້າຮ່ວມ.

ທ່ານ ບົວທອງ ແພງສະຫວັນ ມີຄຳເຫັນວ່າ: ລົດຈັກ ແລະ ຄອມພິວເຕີທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ໂດຍຜ່ານຄະນະກວດກາຂັ້ນສູນກາງ ມອບໃຫ້ແກ່ແຂວງຫຼວງພະບາງ ແລະ ມອບຕໍ່ໃຫ້ບັນດາເມືອງພາຍໃນ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕາມພາລະບົດບາດ ສິດ ໜ້າທີ່ ຂອງຄະນະກວດກາບັນດາເມືອງ ແລະ ນະຄອນ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໄລຍະໃໝ່ ເປັນການຍົກສູງການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ມີປະສິດທິພາບສູງກວ່າເກົ່າ.

ສຳລັບລົດຈັກທີ່ນຳມາມອບໃນຄັ້ງນີ້ ປະກອບມີ 9 ຄັນ ມອບໃຫ້ 9 ເມືອງຄື: ປາກອູ ປາກແຊງ ໂພນໄຊ ນ້ຳບາກ ເມືອງງອຍ ວຽງຄຳ ໂພນທອງ ພູຄູນ ແລະ ເມືອງນານ ສ່ວນຄອມພິວເຕີ ແລະ ເຄື່ອງພິມ ແມ່ນມອບໃຫ້ນະຄອນຫຼວງພະບາງ ເມືອງຈອມເພັດ ແລະ ເມືອງຊຽງເງິນ ໃຫ້ກຽດກ່າວມອບໂດຍທ່ານ ບົວທອງ ແພງສະຫວັນ ແລະ ກ່າວຮັບໂດຍແມ່ນຫົວໜ້າ-ຮອງຫົວໜ້າຄະນະກວດກາເມືອງ ແລະນະຄອນຫຼວງພະບາງ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

# ພາບ & ຂ່າວ: ສີພອນ