ສວນພຶກສາ ກຽມຈັດງານບຸນປະເພນີປີໃໝ່ຊົນເຜົ່າມົ້ງ (ນໍເປ້ເຈົ່າ) ພ້ອມຄັດເລືອກນັກຮ້ອງສຽງດີ ແລະ ຄັດເລືອກນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2021 ຢູ່ສວນພືກສາ ບ້ານດານຊີ ເມືອງນາຊາຍທອງ ນວ ລະຫວ່າງວັນທີ 11-13 ທັນວາ 2021 ນີ້ ເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງຊົນເຜົ່າ ແລະ ຊຸກຍູ້ພັດທະນາຂະແໜງການທ່ອງທ່ຽວ ໂດຍສະເພາະ ການຊຸກຍູ້ສົ່ງເສີມນະໂຍບາຍລາວທ່ຽວລາວໃຫ້ມີບັນຍາກາດຄືກຄື້ນ.

ພິທີຖະແຫຼງຂ່າວຈັດງານບຸນປະເພນີປີໃໝ່ຊົນເຜົ່າມົ້ງ (ນໍເປ້ເຈົ່າ) ຄັດເລືອກນັກຮ້ອງສຽງດີ ແລະ ຄັດເລືອກນາງສາວເຜົ່າມົ້ງນະຄອນຫຼວງ ປະຈຳປີ 2021 ຈັດຂຶ້ນວັນທີ 27 ຕຸລາ 2020 ຢູ່ສວນພືກສາ ບ້ານດານຊີ ເມືອງນາຊາຍທອງ ນວ ໂດຍມີທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ພອນເທບ ພົນເສນາ ປະທານຄະນະທີ່ປຶກສາກົມຊົນເຜົ່າ ທ່ານ ຄຳຄູນ ໃບລາຕີຣ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວົງ ພະມີສິດ ປະທານສວນພືກສາ ກ່າວວ່າ: ເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງຊົນເຜົ່າມົ້ງໃຫ້ສັງຄົມໄດ້ຮຽນຮູ້ ແລະ ເຂົ້າໃຈ ເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມເຫັນໄດ້ຄວາມສຳຄັນຂອງການທ່ອງທ່ຽວຢູ່ເມືອງນາຊາຍທອງ ເພື່ອປະກອບສ່ວນສຳຄັນເຂົ້າໃນຂະບວນການລວມຂອງການທ່ອງທ່ຽວພາຍໃນ ສະແດງໃຫ້ເຫັນເຖິງໝາກຜົນຂອງການທ່ອງທ່ຽວທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຕາມທິດສີຂຽວ ແລະ ຍຶນຍົງ ເປັນການສົ່ງເສີມການທ່ອງທ່ຽວໃນ ນວ ກໍຄືການພັດທະນາຂະແໜງການທ່ອງທ່ຽວຢູ່ເມືອງນາຊາຍທອງໃຫ້ມີບັນຍາກາດຄືກຄື້ນຍິ່ງຂຶ້ນ ດັ່ງນັ້ນ ສວນພືກສາ ຈຶ່ງຈະໄດ້ຈັດງານດັ່ງກ່າວຂຶ້ນ ເຊິ່ງກິດຈະກຳໃນງານ ຈະມີຫຼາຍສິ່ງທີ່ໜ້າສົນໃຈ ເປັນຕົ້ນ ການປະຕິບັດຮີດຄອງປະເພນີຂອງຊົນເຜົ່າມົ້ງ ການແຂ່ງຂັນກີລາ ມີກິດຈະກຳເທິງເວທີ ການສະແດງສິລະປະ ຟ້ອນ ຮ້ອງເພງ ແລະ ການສະແດງກາຍະສິນ ມາຍາກົນ ແລະ ມີການແຂ່ງຂັນນັກຮ້ອງສຽງດີ ຄັດເລືອກນາງສາວເຜົ່າມົ້ງ ນວ ປະຈຳປີ 2021 ແລະ ກິດຈະກຳທີ່ໜ້າສົນໃຈອື່ນໆອີກ.

ໂອກາດນີ້ ຂໍເຊີນຊວນບັນດາພີ່ນ້ອງຊາວເຜົ່າມົ້ງ ແລະ ພີ່ນ້ອງບັນດາເຜົ່າທົ່ວປະເທດ ທ່ຽວຊົມງານບຸນປະເພນີປີໃໝ່ເຜົ່າມົ້ງ (ນໍເປ້ເຈົ່າ) ຢູ່ສວນພຶກສາ ວັນທີ 11-13 ທັນວາ 2020 ແລະ ເຂົ້າຮ່ວມຊົມການແຂ່ງນັກຮ້ອງສຽງດີ ໃນຄ່ຳຄືນຂອງວັນທີ 11 ທັນວາ 2020 ແລະ ຮ່ວມເຊຍເປັນກຳລັງໃຈໃຫ້ນາງສາວຜູ້ເຂົ້າຄັດເລືອກ ນາງສາວເຜົ່າມົ້ງ ນວ ປະຈຳປີ 2020 ໃນວັນທີ 12-13 ທັນວາ 2020.

ປັດຈຸບັນ ໄດ້ເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຄັດເລືອກນັກຮ້ອງສຽງດີ ແລະ ຮັບສະໝັກຜູ້ເຂົ້າຄັດເລືອກນາງສາວເຜົ່າມົ້ງ ນວ ປະຈຳປີ 2021 ນັບຕັ້ງແຕ່ ວັນທີ 27 ຕຸລາ 2020 ເປັນຕົ້ນໄປ ຖ້າທ່ານໃດສົນໃຈ ສາມາດເຂົ້າໄປດາວໂຫຼດເອົາຟອມສະໝັກທັງສອງລາຍການໄດ້ທີ່ ເພຈເຟສບຸກ ສວນພຶກສາ ແລະ ຕິດຕໍ່ສອບຖາມຂໍ້ມູນຕາມເບີຕິດຕໍ່ທາງໜ້າເພຈ ຫຼື ຈະເຂົ້າມາພົວພັນຢູ່ສວນພຶກສາໂດຍກົງກໍໄດ້.
# ຂ່າວ & ພາບ: ລັດເວລາ