ຜົນກະທົບຈາກຫຼາຍປັດໄຈ ສົ່ງຜົນໃຫ້ອັດຕາການເຕີບໂຕເສດຖະກິດ ຄາດວ່າຈະບັນລຸໄດ້ພຽງ 3,3%

    ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຜ່ານລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາປີ 2020 ແລະ ທິດທາງແຜນການປີ 2021 ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ສະພາແຫ່ງຊາດ ຫຼັກ 6 ນະຄອນຫລວງວຽງຈັນ ວ່າ: ການຈັດຕັັ້ງປະຕິບັດ ແຜນດ້ານເສດຖະກິດມະຫາພາກພາຍໃນຂອງ ສປປ ລາວ ການຂະຫຍາຍຕົວຂອງເສດຖະກິດໃນໄລຍະ 1 ປີຜ່ານມາ ເຫັນວ່າ ອັດຕາການເຕີບໂຕເສດຖະກິດຂອງປະເທດເຮົາ (GDP) ຄາດວ່າຈະບັນລຸໄດ້ພຽງ 3,3% (ແຜນດັດແກ້ 3,3% ຫາ 3,6%) ມູນຄ່າຕາມລາຄາປີປະມານ 173.138 ຕື້ກີບ ໃນນີ້ ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP ຂະແໜງອຸດສາຫະກຳຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%) ແລະ ຂະແໜງບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%) ເນື່ອງຈາກຄວາມຫຍຸ້ງຍາກໃນການຄຸ້ມຄອງເສດຖະກິດມະຫາພາກທີ່ແກ່ຍາວມາຫຼາຍປີ ບັນຫາໄພທໍາມະຊາດເກີດຂຶ້ນຕໍ່ເນື່ອງ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງ ໜັກໜ່ວງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາ ເຮັດໃຫ້ຫຼາຍຄາດໝາຍຈະບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້.

     ທ່ານນາຍົກລັດຖະມົນຕີ ແຈ້ງໃຫ້ຮູ້ຕື່ມວ່າ: ສຳລັບມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນສາມາດປະຕິບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 5,6% ໃນນັ້ນ ການສົ່ງອອກປະຕິບັດໄດ້ 4.278 ລ້ານໂດລາສະຫະລັດ ເທົ່າກັບ 70,84% ຂອງແຜນດັດແກ້ (6.039 ລ້ານໂດລາ) ການນໍາເຂົ້າ ປະຕິບັດໄດ້ 3.824 ລ້ານໂດລາສະຫະລັດ ເທົ່າກັບ 64,68% ຂອງແຜນດັດແກ້ (5.912 ລ້ານໂດລາສະຫະລັດ) ສາມາດເກີນດຸນ 454 ລ້ານໂດລາສະຫະລັດ (ແຜນການ ໃຫ້ເກີນດຸນ 127 ລ້ານໂດລາສະຫະລັດ) ຄາດວ່າໝົດປີ ມູນຄ່າການນໍາເຂົ້າ-ສົ່ງອອກ ຈະສາມາດປະຕິບັດໄດ້ບັນລຸແຜນດັດແກ້ 11.951 ລ້ານໂດລາສະຫະລັດ ຫລື 111.024,79 ຕື້ກີບ ສ່ວນການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 45.967 ຕື້ກີບ ເທົ່າກັບ 70,34% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 6,73% ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມແຜນດັດແກ້ 65.347,02 ຕື້ກີບ ໄດ້ຕິດຕາມ ແລະ ແກ້ໄຂຫຼາຍບັນຫາທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າສາມາດດໍາເນີນໄປໄດ້ເປັນປົກກະຕິ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ແລະ ຄຸ້ມຄອງຄອງລາຄາ ສິນຄ້າບໍລິໂພກ-ອຸປະໂພກທີ່ຈໍາເປັນ ເຊັ່ນ: ລາຄາເຂົ້າ ຊີ້ນ ປາ ອາຫານ ຜ້າອັດປາກ-ດັງ ເຈວລ້າງມື ແລະ ເຫຼຼົ້າຂ້າເຊື້ອ ເພືີ່ອບໍ່ໃຫ້ມີການສວຍໂອກາດໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 29.787 ລ້ານກິໂລວັດໂມງ ມູນຄ່າ 15.395 ຕື້ກີບ ເທົ່າກັບ 71,85% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 34% ຄາດຄະເນໝົດປີຈະສາມາດຜະລິດໄດ້ 40.621 ລ້ານກິໂລວັດໂມງ ມີມູນຄ່າປະມານ 20.964 ຕື້ກີບ ສໍາລັບດ້ານແຮ່ທາດ: ຜະລິດໄດ້ 7.704 ຕື້ກີບ ເທົ່າກັບ 71% ຂອງແຜນດັດແກ້ ຄາດຄະເນໝົດປີ ການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ເຫັນວ່າຈະປະຕິບັດໄດ້ຕາມແຜນດັດແກ້ ຄາດໝາຍດ້ານງົບປະມານດ້ານລາຍຮັບ: ຮອດທ້າຍເດືອນກັນຍາ 2020 ປະຕິບັດໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ ໝົດປີຈະສູ້ຊົນໃຫ້ປະຕິບັດໄດ້ຕາມແຜນດັດແກ້ ການດຸ່ນດ່ຽງງົບປະມານຕາມຕົວເລກ ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 9 ເດືອນມີການຂາດດຸນ 3.228 ຕື້ກີບ ຈະສືບຕໍ່ສູ້ຊົນລະດົມທຶນ ດຸ່ນດ່ຽງງົບປະມານ ໃຫ້ໄດ້ຕາມແຜນ ການຂາດດຸນ ແລະ ຊໍາລະໜີ້ສິນຕ່າງປະເທດ ໃຫ້ທັນຕາມກໍານົດເວລາ.


                         # ພາບ & ຂ່າວ: ເພັດສະໝອນ

error: Content is protected !!