ໃຫ້ຄວາມຮູ້ ທັກສະການສິດສອນສີມືແຮງງານ

    ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ຈັດພິທີເປີດເຝີກອົບຮົມຍົກລະດັບທັກສະ ເຕັກນິກດ້ານການສິດສອນໃຫ້ຄູ-ອາຈານ ສູນພັດທະນາສືມີແຮງງານແຂວງອັດຕະປື ພາຍໃຕ້ແຜນງານ ສ້າງຄວາມເຂັ້ມແຂງເພື່ອຮັບມືກັບສະພາບດິນຟ້າອາກາດແບບປະສົມປະສານຂອງແຂວງອັດຕະປື ປະຈໍາສົກປີິ 2019-2020 ຂຶ້ນວັນທີ 26 ຕຸລາ 2020 ຢູ່ສະຖາບັນດັ່ງກ່າວ ໂດຍມີທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ຕາງໜ້າອົງການກອຍກາປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນມາ ສິດທິໂສມ ກ່າວວ່າ: ການເຝີກອົບຮົມຄັ້ງນີ້ ເປັນການບໍາລຸງຄູທີ່ປະຈໍາຢູ່ສູນພັດທະນາສີມືແຮງງານແຂວງອັດຕະປື ໃຫ້ມີຄູເຝີກທີ່ພຽງພໍດ້ານປະລິມານ ແລະ ຄຸນນະພາບ ເພື່ອສ້າງເປັນກຳລັງແຮງງານຢູ່ບັນດາແຂວງພາກໃຕ້ໃຫ້ມີຄຸນນະພາບ ແລະ ສະໜອງແຮງງານທີ່ມີສີມືໃຫ້ແກ່ບັນດາຫົວໜ່ວຍແຮງງານ ຫຼືການເປັນຜູ້ປະກອບການດ້ວຍຕົນເອງຢ່າງເຂັ້ມແຂງ ໂດຍການເຝີກອົບຮົມດັ່ງກ່າວນີ້ ຈະມີການດຳເນີນເປັນເວລາ 8 ອາທິດ ເລີ່ມແຕ່ວັນທີ 26 ຕຸລາ-18 ທັນວາ 2020 ໂດຍຄູເຝີກຈໍານວນ 6 ທ່ານ ທີ່ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບການຮຽນ-ການສອນໃນ 4 ສາຂາວິຊາຄື: ການຕັດຫຍິບເຄື່ອງນຸ່ງຫົ່ມຍິງ-ຊາຍ ຊ່າງເສີມສວຍ ສ້ອມແປງ ບຳລຸງຮັກສາລົດໃຫຍ່ ແລະ ສາຂາໄຟຟ້າເຕັກນິກ ໂດຍຄູເຝີກແຕ່ລະ ທ່ານ ຈະໄດ້ແຍກກັນໄປເຝີກຕາມສາຂາວິຊາສະເພາະຂອງໃຜລາວ ແລະ ເປັນຂະບວນໄປພ້ອມໆກັນ ເຊິ່ງການເຝີກອົບຮົມບໍາລຸງຄູ ເປັນວຽກງານດ້ານວິຊາການໜຶ່ງທີ່ມີຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ເວົ້າລວມ ເວົ້າສະເພາະ ການພັດທະນາກຳລັງແຮງງານໃຫ້ມີຄວາມຮູ້ ຄວາມສາມາດ ແລະ ມີທັດສະນະທີ່ດີ ໃນການອອກແຮງງານ ຫຼື ປະກອບອາຊີບ ແນໃສ່ຕອບສະໜອງແຮງງານທີ່ມີຄຸນນະພາບໃຫ້ແກ່ຕະຫຼາດແຮງງານ ສະຖານປະກອບການ ແລະ ອື່ນໆໃນສັງຄົມໃຫ້ຫຼາຍຂຶ້ນ.

    ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງພະນັກງານ ຄູ-ອາຈານທີ່ມີໜ້າທີ່ໃນການສິດສອນ ແລະ ຄູທີ່ເຂົ້າຮ່ວມເຝີກໃນຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ຂຶ້ນຫ້ອງໃຫ້ເປັນຂະບວນປົກກະຕິຕາມຕາຕະລາງ ເອົາໃຈໃສ່ນໍາພາ ທຸ່ມເທເຫື່ອແຮງ ສຸມຫົວຄິດປະດິດສ້າງຂອງຕົນ ເຂົ້າຮ່ວມໃນຂະບວນການຕົວຈິງ ເພື່ອເຮັດໃຫ້ຄູເຝີກເຂົ້າໃຈ ແລະ ສາມາດນໍາເອົາຄວາມຮູ້ ຄວາມສາມາດດັ່ງກ່າວໄປສິດສອນຢູ່ສູນພັດທະນາສີມືແຮງງານຂອງຕົນຢ່າງມີປະສິດທິຜົນ.

​ # ຂ່າວ & ພາບ: ລັດເວລາ

error: Content is protected !!