ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

    ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. 

    ໃນວາລະກອງປະຊຸມ ຈະໄດ້ພິຈາລະນາ ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆຊາດ ຄື: ພິຈາລະນາ ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2020 ແລະແຜນການປະຈໍາປີ 2021 ພິຈາລະນາ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ແຜນການປະຈຳປີ 2021 ທາບທາມຮ່າງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແຜນງົບປະມານແຫ່ງລັດ 5 ປີ (2016-2020) ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ.

    ພາກລາຍງານຂອງອົງການກວດສອບແຫ່ງລັດ: ພິຈາລະນາ ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແຜນການປະຈໍາປີ 2021 ພິຈາລະນາ ຮັບຮອງບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019.

    ພາກລາຍງານຂອງອົງການກວດກາລັດຖະບານ: ພິຈາລະນາ ຮັບຮອງບົດລາຍງານການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງອົງການກວດກາລັດຖະບານ.​

    ສ່ວນພາກລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ: ພິຈາລະນາ ຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020) ການຈັດຕັ້ງປະຕິບັດ ແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025) ແຜນການປະຈໍາປີ 2021ພິຈາລະນາ ຮັບຮອງບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານໄລຍະ 5 ປີ (2016-2020) ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄືີ່ອນໄຫວວຽກງານ 5 ປີ (2021-2025) ແຜນການ ປະຈໍາປີ 2021. 

    ພາກລາຍງານຂອງສະພາແຫ່ງຊາດ: ພິຈາລະນາ ຮັບຮອງບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020) ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ແຜນການປະຈໍາປີ 2021 ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ IX.​

    ພາກລາຍງານ ການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ: ພິຈາລະນາຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຈັດເກັບລາຍຮັບ ພິຈາລະນາຮັບຮອງບົດລາຍງານ ຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ. ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 5 ສະບັບ ໃນນີ້: ກົດໝາຍສ້າງໃໝ່ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ນອກນີ້ ກໍມີກົດໝາຍປັບປຸງ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ. 

    ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸ ໄດ້ຕາມໝາຍໂທລະສັບບໍ່ເສຍຄ່າ ໝາຍເລກ 156 ໂທລະສານໝາຍເລກ 021413528 ສົ່ງຈົດໝາຍທາງໄປສະນີ ຕູ້ປນ 662 ແລະ ສົ່ງອີເມວ nalao.156@gmail.com.


  # ພາບ & ຂ່າວ: ເພັດສະໝອນ

error: Content is protected !!