ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດຜູ້ດຽວ ອຸປະຖຳເຄື່ອງກີລາ ເປັນຕົ້ນ: ອຸປະກອນການເຝິກຊ້ອມ-ເຝິກແອບ ໝາກບານ ເສື້ອເຝິກຊ້ອມຂອງຄູເຝິກ ແລະ ນັກກີລາ ລວມມູນຄ່າ 95.750.000 ກີບ ໃຫ້ແກ່ທີມບານເຕະນະຄອນຫຼວງວຽງຈັນ (ນວ) ທັງປະເພດຍິງ-ຊາຍ ໃນການເຂົ້າຮ່ວມແຂ່ງຂັນກີລາບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ.

ພິທີມອບ-ຮັບເຄື່ອງດັ່ງກ່າວ ຈັດຂຶ້ນວັນທີ 23 ຕຸລາ 2020 ຢູ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍຕາງໜ້າກ່າວມອບຂອງທ່ານ ວິຊຽນ ໂລວັນ ຕາງໜ້າບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດຜູ້ດຽວ ແລະ ກ່າວຮັບຂອງທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນກີລາບານເຕະນະຄອນຫຼວງວຽງຈັນ ມີບັນດາຄະນະສະຫະພັນບານເຕະ ນວ ພະນັກງານທັງສອງຝ່າຍ ພ້ອມທັງ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບການແຂ່ງຂັນປະເພດທີມຊາຍ ແບ່ງເປັນ 4 ກຸ່ມ:
ກຸ່ມ ກ ມີ: ນະຄອນຫຼວງວຽງຈັນ ຄຳມ່ວນ ສາລະວັນ ໄຊສົມບູນ ແລະ ຊຽງຂວາງ.
ກຸ່ມ ຂ ມີ: ຈຳປາສັກ ເຊກອງ ແຂວງວຽງຈັນ ຜົ້ງສາລີ ແລະ ອຸດົມໄຊ.
ກຸ່ມ ຄ ມີ: ຫຼວງນ້ຳທາ ໄຊຍະບູລີ ຫຼວງພະບາງ ແລະ ອັດຕະປື.
ກຸ່ມ ງ ມີ: ບໍ່ແກ້ວ ຫົວພັນ ບໍລິຄຳໄຊ ແລະ ສະຫວັນນະເຂດ.
ຮູບແບບການແຂ່ງຂັນ ເອົາທີມອັນດັບ 1-2 ເຂົ້າສູ່ຮອບ 8 ທີມຕໍ່ໄປ ແຂ່ງຢູ່ 4 ສະໜາມຄື: ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ – ນອກ ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດແລະ ສະໜາມກີລາກອງທັບ ຫຼັກ 5.

ສ່ວນປະເພດທີມຍິງ ແບ່ງເປັນ 2 ກຸ່ມ ຄ:
ກຸ່ມ ກ ມີ: ແຂວງວຽງຈັນ ຊຽງຂວາງ ໄຊຍະບູລີ ແລະ ຈຳປາສັກ.
ກຸ່ມ ຂ ມີ: ນະຄອນຫຼວງວຽງຈັນ ອຸດົມໄຊ ຫຼວງນ້ຳທາ ແລະ ສະຫວັນນະເຂດ.
ຮູບແບບການແຂ່ງຂັນເອົາອັນດັບ 1-2 ທັງ 2 ກຸ່ມເຂົ້າສູ່ຮອບ 4 ທີມຕໍ່ໄປ ແຂ່ງຢູ່ 2 ສະໜາມຄື: ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1–2 ການແຂ່ງຂັນຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 6-21 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ.
# ພາບ & ຂ່າວ: ສີພອນ