ທຳຮ້າຍຮ່າງກາຍກັນຈົນເຖິງຂັ້ນເສຍຊີວິດ

     ກໍລະນີທີ່ພົບຊາຍນິລະນາມນອນເສຍຊີວິດໂດຍບໍ່ຮູ້ເສຍເຫດຢູ່ບໍລິເວນປະຕູໄຊ ໃນຕອນເຊົ້າວັນທີ 30 ມີນາ 2020 ຜ່ານມາ ເຮັດໃຫ້ປະຊາຊົນພາກັນແຕກຕື່ນຫຼາຍພໍສົມຄວນ ເນື່ອງຈາກວ່າຜູ້ທີ່ເສຍຊີ ວິດນັ້ນແມ່ນມາຈາກໃສ ແລະ ເສຍຊີວິດຍ້ອນສາຍເຫດອັນໃດ  ຫຼາຍໆທ່ານທີ່ຊາບຂ່າວ ແລະ ເຫັນລົງ ໃນເຟສບຸກ ກໍເກີດຄວາມບໍ່ສະບາຍໃຈ ຄິດວ່າຜູ້ກ່ຽວນັ້ນອາດຕາຍຍ້ອນຕິດເຊື້ອພະຍາດ COVID-19 ກໍເປັນໄປໄດ້ ເພາະຢູ່ໃນໄລຍະຂອງການແຜ່ລະບາດຂອງພະຍາດດັ່ງກ່າວນີ້.

     ຈາກການລົງກວດສອບສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ເພື່ອເກັບກຳຂໍ້ມູນຫຼັກຖານ ໂດຍສະເພາະ ກ້ອງວົງຈອນປິດໃກ້ຈຸດເກີດເຫດທີ່ຈະເປັນຫຼັກຖານຕົວຈິງຂອງການເສຍຊີວິດ ຈຶ່ງຮູ້ວ່າ: ເວລາປະມານ 00:12 ໂມງຂອງວັນທີ 30 ມີນາ 2020 ຜູ້ເສຍຊີວິດໄດ້ມີປາກສຽງກັບຊາຍຄົນໜຶ່ງ (ຜູ້ກໍ່ເຫດ) ຈົນເຖິງ ຂັ້ນລົງມືທຳຮ້າຍຮ່າງກາຍກັນ ໂດຍອີກຝ່າຍໄດ້ເຕະເຂົ້າກ້ານຄໍຂອງຜູ້ເສຍຊີວິດໜຶ່ງບາດເຂົ້າຈຸດສຳຄັນ ເຮັດໃຫ້ຜູ້ກ່ຽວລົ້ມລົງທັງຢືນ ແລະ ໝົດສະຕິ ຈາກນັ້ນ ໄດ້ມີຜູ້ຊາຍອີກຄົນເຊິ່ງເປັນຄົນທີ່ຢູ່ໃນເຫດການ ແລະ ເຫັນເຫດການທີ່ເກິດຂຶ້ນທັງໝົດ ເຂົ້າມາຊ່ວຍເຫຼືອຊາຍຜູ້ເຄາະຮ້າຍດັ່ງກ່າວ ໂດຍເຂົ້າມາຫາມໄປ ນັ່ງຢູ່ຕັ່ງເພື່ອເບິ່ງອາການ ແຕ່ກໍບໍ່ໄດ້ນຳສົ່ງໄປໂຮງໝໍ ຫຼື ໂທລະສັບຫາໜ່ວຍກູ້ໄພມາຊ່ວຍເຫຼືອແຕ່ ຢ່າງໃດ ເຮັດໃຫ້ຊາຍຜູ້ເຄາະຮ້າຍນັ້ນເສຍວິດໃນເວລາຕໍ່ມາ.

    ປັດຈຸບັນ ຄະດີດັ່ງກ່າວນີ້ ທາງເຈົ້າໜ້າທີ່ຕຳຫຼວດ ປກສ ກຳລົງຕິດຕາມຫາຂໍ້ມູນຫຼັກຖານ ເພື່ອຊອກ ຫາຜູ້ກະທຳຜິດມາດຳເນີນການສຶບສວນ-ສອບສວນຫາຕົ້ນຕໍໃນການກໍ່ເຫດຄັ້ງນີ້.

error: Content is protected !!