ລາວວິວັດ ໃຫ້ຄວາມຮູ້ພື້ນຖານໃນການວາງແຜນການເງິນ

ບໍ­ລິ­ສັດ ລາວ​ວິ­ວັດ​ປະ­ກັນ​ໄພ ຈຳ­ກັດ ໄດ້​ຈັດ​ເຜີຍ­ແຜ່​ໃຫ້​ຄວາມ​ຮູ້​ດ້ານ​ປະ­ກັນ​ໄພ ໃຫ້​ນັກ​ສຶກ​ສາ​ຄະ­ນະ​ກະ­ເສດ­ສາດ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຂຶ້ນ​ໃນ​ທ້າຍ​ອາ­ທິດ​ທີ່​ຜ່ານ​ມາ ທີ່​ຄະ­ນະ​ດັ່ງ­ກ່າວ ມີ​ທ່ານ ທອງ​ອຸ້ມ ອິນ​ທະ​ພອນ ຮອງ​ຄະ­ນະ­ບໍ­ດີ​ຄະ­ນະ​ກະ­ເສດ­ສາດ ທ່ານ ພົງ​ສະ​ພົດ ປ່ຽມ​ຈະ­ເລີນ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ລາວ​ວິ­ວັດ​ປະ­ກັນ​ໄພ​ຈຳ­ກັດ ພ້ອມ​ດ້ວຍ​ພະ­ນັກ­ງານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ການ​ຈັດ​ເຜີຍ­ແຜ່​ດັ່ງ­ກ່າວ ໄດ້​ຈັດ​ຂຶ້ນ​ເພື່ອ​ໃຫ້​ຄວາມ​ຮູ້​ພື້ນ­ຖານ​ທີ່​ສຳ­ຄັນ​ຕໍ່​ການ​ດຳ­ເນີນ​ຊີ­ວິດ ເພື່ອ​ໃຫ້​ຄຳ​ປຶກ­ສາ​ດ້ານ​ການ​ປະ­ກັນ​ໄພ​ທີ່​ເໝາະ​ສົມ​ແກ່​ນັກ​ສຶກ​ສາ ເພື່ອ​ແນະ­ນຳ​ການ​ບໍ­ລິ­ການ​ຂອງ​ລາວ​ວິ­ວັດ​ປະ­ກັນ​ໄພ ທີ່​ມີ​ຄວາມ​ຊ່ຽວ­ຊານ​ໃນ​ການ​ເບິ່ງ­ແຍງ​ດ້ານ​ສຸ­ຂະ­ພາບ ເຊິ່ງ​ເຮັດ​ໃຫ້​ລູກ​ຄ້າ​ໄດ້​ຮັບ​ຄວາມ​ອຸ່ນ­ໃຈ​ຈາກ​ການ​ເບິ່ງ­ແຍງ ແລະ ການ​ບໍ­ລິ­ການ​ທີ່​ວ່ອງ­ໄວ ສະ­ດວກ ເປັນ​ການ​ມອບ​ສິດ­ທິ​ພິ­ເສດ​ໃຫ້​ກັບ​ຜູ້​ທີ່​ສົນ­ໃຈ ໃນ​ການ​ວາງ​ແຜນ​ທາງ​ການ​ເງິນ​ດ້ວຍ​ການ​ປະ­ກັນ​ໄພ​ຈາກ​ບໍ­ລິ­ສັດ​ດັ່ງ­ກ່າວ ນັ້ນ​ກໍ​ເພື່ອ​ແນ­ໃສ່​ໃຫ້​ນັກ​ສຶກ​ສາ­ມີ​ຄວາມ​ຮູ້​ໃນ​ການ​ວາງ​ແຜນ​ທາງ​ການ​ເງິນ ເປັນ​ພື້ນ­ຖານ​ທີ່​ມີ​ຄວາມ​ສຳ­ຄັນ​ໃນ​ການ​ດຳ­ເນີນ​ຊີ­ວິດ.

ການ​ປະ­ກັນ​ໄພ (Insurance) ຄື ການ​ບໍ­ລິ­ຫານ​ຄວາມ​ສ່ຽງ​ໄພ​ວິ​ທິ​ໜຶ່ງ ເຊິ່ງ​ໂອນ​ຄວາມ​ສ່ຽງ​ໄພ​ຈາກ​ຜູ້​ເອົາ​ປະ­ກັນ​ໄພ ໄປ​ສູ່​ບໍ­ລິ­ສັດ​ຜູ້​ຮັບ­ປະ­ກັນ​ໄພ ໂດຍ​ເຮັດ​ສັນ­ຍາ​ການ​ຄຸ້ມ​ຄອງ​ໃນ​ສັນ­ຍາ​ປະ­ກັນ​ໄພ ແລະ ຜູ້​ເອົາ​ປະ­ກັນ​ໄພ​ຕ້ອງ​ຈ່າຍ​ຄ່າ​ທຳ­ນຽມ​ປະ­ກັນ​ໄພ​ໃຫ້​ກັບ​ບໍ­ລິ­ສັດ​ຜູ້​ຮັບ­ປະ­ກັນ ເມື່ອ​ເກີດ​ຄວາມ​ເສຍ​ຫາຍ ຜູ້​ຮັບ­ປະ­ກັນ​ໄພ​ຈະ​ຊົດ​ໃຊ້​ຄ່າ​ສິນ​ທົດ​ແທນ​ປະ­ກັນ​ໄພ​ຕາມ​ທີ່​ໄດ້​ລະ­ບຸ​ການ​ຄຸ້ມ​ຄອງ​ໄວ້​ໃນ​ສັນ­ຍາ​ປະ­ກັນ​ໄພ ຕາມ​ສັນ­ຍາ​ທີ່​ໄດ້​ຕົກ­ລົງ​ກັນ​ໄວ້ ໃນ​ການ​ວາງ​ແຜນ​ທາງ​ການ​ເງິນ ຄວນ​ຄຳ­ນຶງ​ເຖິງ​ຄວາມ​ສ່ຽງ​ໄພ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ ເຊິ່ງ​ເປັນ​ສາ­ເຫດ​ໜຶ່ງ ທີ່​ມີ​ຜົນ​ກະ­ທົບ​ຕໍ່​ລະ­ບົບ​ການ​ວາງ​ແຜນ​ທາງ​ການ​ເງິນ​ຂອງ​ບຸກ­ຄົນ.

# ພາບ & ຂ່າວ: ເພັດ​ສະ­ໝອນ

error: Content is protected !!