ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອຳນາດຕານມີໄຊ ເມືອງໄຊທານີ-3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ສຳເລັດການເທເບຕົງໜ້າທາງ 100% ແລະ ກຳລັງສຸມໃສ່ໜ້າວຽກທີ່ຍັງເຫຼືອ ໂດຍສະເພາະ ສືບຕໍ່ຕິດຕັ້ງເສົາໄຟເຍືອງທາງ ທາງຄົນຍ່າງ ດອນກາງທາງ ປ້າຍຈະລາຈອນ ເສັ້ນຈະລາຈອນ ເຊິ່ງຄາດວ່າຈະໃຫ້ສຳເລັດທ້າຍເດືອນພະຈິກ 2020.

ທ່ານ ຫຸມພັນ ພະດວງເດດ ຫົວໜ້າໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອຳນາດຕານມີໄຊ ຫາ 3 ແຍກສີເກີດ ໃຫ້ສຳພາດໂອກາດການເທເບຕົງສຳເລັດ ວັນທີ 23 ຕຸລາ 2020 ວ່າ: ໂຄງການນີ້ ມີຄວາມຍາວ 9,37 ກິໂລແມັດ ກວ້າງ 28 ແມັດ ຊ່ອງຈະລາຈອນ 6 ເລນ ຮັບເໝົາໂດຍກຸ່ມບໍລິສັດຕັງຈະເລີນ ເລີ່ມປະຕິບັດແຕ່ປີ 2016 ເປັນຕົ້ນມາ ປັດຈຸບັນ ສຳເລັດການຍົກຍ້າຍສິ່ງກີດຂວາງ ວຽກດິນ ເທເບຕົງໜ້າທາງ ສ່ວນຮ່ອງລະບາຍນ້ຳ ຄືບໜ້າຫຼາຍກວ່າ 97% ປະດັບປະດາ 60% ຕິດຕັ້ງເສົາໄຟເຍືອງທາງ 60% ທາງຍ່າງ 7,53 ກິໂລແມັດ ດອນກາງທາງ 7,58 ກິໂລແມັດ ສັງລວມແລ້ວ ໂຄງການມີຄວາມຄືບໜ້າຫຼາຍກວ່າ 97% ຂອງໜ້າວຽກທັງໝົດ ສຳລັບໜ້າວຽກທີ່ກຳລັງຈັດຕັ້ງປະຕິບັດ ແມ່ນສຸມໃສ່ເທເບຕົງທາງຊອຍ ກໍ່ສ້າງທາງຄົນຍ່າງ ແລະ ດອນກາງທາງ ຕິດຕັ້ງປ້າຍຕ່າງໆ ແຕ້ມເສັ້ນຈະລາຈອນ ແລະ ອະນາໄມ ເຊິ່ງຈະໃຫ້ສຳເລັດ ແລະ ຈັດພິທີມອບ-ຮັບກ່ອນວັນທີ 30 ພະຈິກ 2020.

ການປະຕິບັດໂຄງການນີ້ໂດຍລວມຢູ່ພາກສະໜາມ ພົບບັນຫາຫຍຸ້ງຍາກ ແລະ ອຸປະສັກຫຼາຍຢ່າງ ແຕ່ບໍລິສັດຜູ້ຮັບເໝົາໄດ້ພະຍາຍາມສູ້ຊົນ ມີຄວາມຕັ້ງໃຈສູງ ແລະ ໄດ້ທຸ່ມເທ ສຸມທຸກກຳລັງແຮງ ທຶນຮອນທີ່ມີ ໃນການປະຕິບັດວຽກຕ່າງໆ ເຮັດໃຫ້ໂຄງການມີຄວາມຄືບໜ້າ ແລະ ຈະສຳເລັດຕາມແຜນທີ່ກຳນົດໄວ້ ໂອກາດນີ້ ກໍຂໍສະແດງຄວາມຂອບໃຈມາຍັງອົງການປົກຄອງ ນວ ໂດຍສະເພາະ ເຈົ້າຄອງ-ຮອງເຈົ້າຄອງ ນວ ພະແນກ ຍທຂ ນວ ແລະ ຄະນະຊີ້ນຳໂຄງການ ທີ່ໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດ ຊຸກຍູ້ໂຄງການມາໂດຍຕະຫຼອດ ລວມເຖິງອຳນາດການປົກຄອງເມືອງໄຊທານີ ເມືອງສີໂຄດຕະບອງ ເມືອງນາຊາຍທອງ ກໍຄືອຳນາດການປົກຄອງບ້ານລຽບຕາມເສັ້ນທາງນີ້ ທີ່ຊ່ວຍແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ຂອບໃຈປະທານກຸ່ມບໍລິສັດຕັງຈະເລີນ ທີ່ໄດ້ທຸ່ມເທເອົາໃຈໃສ່ຊອກຫາແຫຼ່ງທຶນມາປະຕິບັດໂຄງການ ເຮັດໃຫ້ວຽກງານຕ່າງໆປະສົບຜົນສຳເລັດໄປດ້ວຍດີ.



