ບໍລິສັດ ວີໂວ່ລາວ (vivo Sole (Lao) Co., Ltd.) ຈັດພິທີນຳສະເໜີສະມາດໂຟນຮຸ່ນໃໝ່ vivo V20 Pro 5G ວັນທີ 25 ຕຸລາ 2020 ຢູ່ LAB DE LINES ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ພ້ອມທັງມີກິດຈະກຳຄືນກຳໄລໃຫ້ລູກຄ້າ ດ້ວຍການຈົກສະຫຼາກມອບ vivo V20 Pro 5G ແລະ ລາງວັນອື່ນໆໃຫ້ຜູ້ເຂົ້າຮ່ວມງານ ໂດຍມີຄະນະຜູ້ບໍລິຫານວີໂວ່ລາວ ພ້ອມດ້ວຍລູກຄ້າ ແຂກຖືກເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມ.

ທ່ານ ເມກຂະຫຼາ ກິ່ງສັກດາ ຜູ້ຈັດການຝ່າຍຜະລິດຕະພັນ ໄດ້ແນະນຳຈຸດເດັ່ນຂອງສະມາດໂຟນ vivo V20 Pro 5G ກໍຄືເຕັກໂນໂລຊີທີ່ສາມາດຮອງຮັບ 5G ໂຕເຄື່ອງບາງເບົາທີ່ສຸດໃນໂລກ ແລະ ອີກຈຸດເດັ່ນຈະເນັ້ນທີ່ກ້ອງເປັນຫຼັກ ເຊິ່ງຮຸ່ນນີ້ເອົາໃຈແຟນໆໄວຮຸ່ນລາວ ທີ່ມັກຖ່າຍເຊວຟີ່ ສາຍ Youtuber ຄົນທີ່ມັກຖ່າຍ vlog ແລະ Live ສົດຂາຍສິນຄ້າຕ່າງໆ ເພາະກ້ອງໜ້າມີຄວາມຄົມຊັດ 44 ລ້ານພິກເຊວ+Eye Autofocus ກ້ອງຫຼັງຄວາມລະອຽດສູງເຖິງ 64 ລ້ານພິກເຊວ ການອອກແບບມີຄວາມສວຍງາມ ໂດດເດັ່ນສະດຸດຕາ vivo V20 Pro 5G ເປັນການແບບໃໝ່ທັນສະໄໝ ສ້າງສັນຂຶ້ນດ້ວຍຄວາມປານີດ ຂະໜາດບາງພຽງ 7,39 mm ນ້ຳໜັກ 170 ກຼາມ (ບາງເບົາທີ່ສຸດທີ່ເຄີຍມີມາ) ດ້ວຍເຕັກໂນໂລຊີ AG Matte Glass ເພີ່ມຄວາມສວຍງາມຫຼູຫຼາໃຫ້ກັບໂຕເຄື່ອງ vivo V20 Pro 5G ມີ 3 ສີ ຄື: ສີດຳ ສີຂາວ ແລະ ສີສາຍຮຸ້ງ.


vivo V20 Pro 5G ໜ້າຈໍໃຫຍ່ AMOLED ກວ້າງ 6.44 ນິ້ວ Full HD+ ກ້ອງໜ້າຄູ່ ເລນຫຼັກຄວາມລະອຽດ 44 ລ້ານພິກເຊວ Eye Autofocus+8 ລ້ານພິກເຊວ ກ້ອງຫຼັງ 3 ເລນ AI ຄວາມລະ ອຽດ 64+8+2 ລ້ານພິກ ຖ່າຍພາບໄດ້ໂດດເດັ່ນ ດ້ວຍ Super Night Mode ເປັນຕົ້ນການເຊວຟີ່ ຫຼື ຖ່າຍພາບໃນບ່ອນມືດ ກໍເກັບພາບໄດ້ແຈ້ງ ສວຍງາມ ກ້ອງໜ້າ ແລະ ກ້ອງຫຼັງສາມາດຖ່າຍວີດີໂອຄວາມລະອຽດສູງ 4K ຖ່າຍວີດີໂອກ້ອງໜ້າ ແລະ ກ້ອງຫຼັງພ້ອມກັນໄດ້ ແລະ ຖ່າຍວິດີໂອ Slow motion ໄດ້ທັງກ້ອງໜ້າ ແລະ ກ້ອງຫຼັງ CPU ຫຼື ໜ່ວຍປະມວນຜົນເປັນ Snapdragon 765G ຄວາມຈຳ RAM 8GB+ROM 128GB ແບັດເຕີຣີ່ 4000mAh ຮອງຮັບລະບົບສາກໄວ 33W (30 ນາທີສາກແບັດເຕີຣີໄດ້ 65%) ລະບົບປະຕິ ບັດການ FuntouchOS 11 ໃນ Android 11 ເວີຊັ່ນໃໝ່ຫຼ້າສຸດ ເຊິ່ງມີວາງຈຳໜ່າຍ 3 ສີ: ສີສາຍຮຸ້ງ ສີດຳ ແລະ ສີຂາວ ລາຄາ 4.799.000 ກີບ ບັນດາທ່ານທີ່ສົນໃຈສາມາດສອບຖາມຂໍ້ມູນໄດ້ທີ່ຕົວແທນຈຳໜ່າຍວີໂວ່ທົ່ວປະເທດ ຫຼື ສັ່ງຈອງຜ່ານ Facebook: vivo Laos ເບີໂທ 030 9056977.


