ລາວທ່ຽວລາວ ທ່ຽວຄົບຈົບໃນງານດຽວ

ສູນ​ການ​ຄ້າ ວຽງ​ຈັນ​ເຊັນ​ເຕີ ຮ່ວມ​ກັບ ບໍ­ລິ­ສັດ ເອັກ​ໂຊ​ຕີ​ຊີ​ໂມ​ຕຣາ​ເວີນ​ລາວ ຈຳ­ກັດ ແລະ ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ຈັດ​ກິດ­ຈະ­ກຳ ທ່ຽວ​ຄົບ ຈົບ​ໃນ​ງານ​ດຽວ (Let’s Travel) ຂຶ້ນ​ວັນ​ທີ 25-26 ຕຸ­ລາ 2020 ທີ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ຄຳ​ຫຼ້າ ພົມ​ມະ​ວັນ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ທ່ານ ນາງ ດວງ​ມາ­ລາ ພົມ​ມະ​ວົງ ຜູ້­ອຳ­ນວຍ­ການ​ໃຫຍ່ ບໍ­ລິ­ສັດ​ເອັກ​ໂຊ​ຕີ​ຊີ​ໂມ​ຕຣາ​ເວີນ​ລາວ​ຈຳ­ກັດ ທ່ານ​ນາງ ນວນ​ສີ ມະ​ຫັດ​ທະ­ນະ​ວິ​ໂຣດ ຮອງ​ຜູ້­ອຳ­ນວຍ­ການ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ພ້ອມ​ດ້ວຍ​ບັນ­ດາ​ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ ໂຮງ­ແຮມ​ຕ່າງໆ ແຂກ​ຖືກ​ເຊີນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ດວງ​ມາ­ລາ ພົມ​ມະ​ວົງ ກ່າວ​ພາຍ​ໃນ​ງານ​ຄັ້ງ​ນີ້​ວ່າ: ກິດ­ຈະ­ກຳ​ຄັ້ງ​ນີ້ ຈັດ​ຂຶ້ນ​ເພື່ອ​ສົ່ງ­ເສີມ​ການ ທ່ອງ​ທ່ຽວ​ພາຍ​ໃນ ພ້ອມ​ທັງ​ຊຸກ­ຍູ້​ທຸ­ລະ​ກິດ​ທ້ອງ­ຖິ່ນ ໂດຍ​ສະ­ເພາະ​ແມ່ນ​ຂະ­ແໜງ​ການ­ທ່ອງ­ທ່ຽວ ພາຍ​ໃນ​ງານ​ປະ­ກອບ​ມີ​ການ­ຈຳ­ໜ່າຍ Package ທ່ອງ​ທ່ຽວ​ໃນ​ລາ­ຄາ​ພິ­ເສດ ກິດ­ຈະ­ກຳ​ແຈກ​ຂອງ​ລາ­ງວັນ ທີ່​ພັກ​ໂຮງ­ແຮມ ແລະ ຮ່ວມ​ຊິງ​ໂຊກ​ຮັບ​ປີ້​ເຮືອ­ບິນ​ໂດຍ​ບໍ່​ເສຍ​ຄ່າ.

ງານ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ ບໍ­ລິ­ສັດ ໂມກ ຈຳ­ກັດ (BYD) ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ແລະ ສວນ​ພຶກ­ສາ ທີ່​ຮ່ວມ​ກັນ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ລາວ ເພື່ອ​ໂຄ­ສະ­ນາ​ເຜີຍ­ແຜ່​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ ແລະ ອຸ­ດົມ­ສົມ­ບູນ​ຂອງ​ລາວ​ເຮົາ​ໃຫ້​ເປັນ​ທີ່​ຮູ້​ຈັກ­ຢ່າງ​ກວ້າງ​ຂວ້າງ.

# ພາບ & ຂ່າວ: ບຸນ​ມີ

error: Content is protected !!