ວັນທີ 23 ຕຸລາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອເຄື່ອນໄຫວຢ້ຽມຢາມ ຊຸກຍູ້ຊ່ວຍເຫຼືອ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນໄລຍະວັນທີ 7-21 ຕຸລານີ້.

ໂອກາດນີ້ ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ຂອງປະຊາຊົນ ບ້ານວັງຄົດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ສູນພັກຊົ່ວຄາວ ຈຸດໂຮງຮຽນປະຖົມບ້ານວັງຄົດ ແລະໄປເບິ່ງພື້ນທີ່ບ້ານທີ່ຖືກນ້ຳໄຫຼຊຸ ຊຶ່ງເຫັນວ່າ ບ້ານວັງຄົດ ມີ 115 ຫຼັງຄາເຮືອນ ໃນນັ້ນ ມີບ້ານທີ່ຖືກນ້ຳພັດໄຫຼບໍ່ເຫຼືອຊາກ 26 ຫຼັງ ເປ່ເພເກັບກູ້ຄືນໄດ້ບາງສ່ວນ 6 ຫຼັງ ນ້ຳຖ້ວມ ແຕ່ບໍ່ເສຍຫາຍ 77 ຫຼັງ ສ່ວນຜົນເສຍຫາຍດ້ານອື່ນຂອງບ້ານດັ່ງກ່າວ ມີເນື້ອທີ່ເຂົ້ານາປີ 20 ເຮັກຕາ ສວນປູກເຂົ້າ 15 ເຮັກຕາ ສວນກ້ວຍ 15 ເຮັກຕາ ເສົາໄຟຟ້າ 32 ຕົ້ນ ກົງເຕີນັບໄຟ 77 ໜ່ວຍ ແບ້ 20 ກວ່າໂຕ ສັດປີກ 200 ກວ່າໂຕ ແລະອື່ນໆ.
ສຳລັບຜົນກະທົບຈາກໄພນ້ຳຖ້ວມ ໃນທົ່ວເມືອງເຊໂປນຄັ້ງນີ້ ມີ 47 ບ້ານ 2.500 ກວ່າຫຼັງຄາເຮືອນ 2.700 ກວ່າຄອບຄົວ 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ) ປະ ຊາຊົນທີ່ຖືກອົບພະຍົບ ມີ 29 ບ້ານ 2.000 ກວ່າຄອບຄົວ 12.000 ກວ່າຄົນ ສ່ວນຜົນເສຍຫາຍ ມີຄົນເສຍຊີວິດ 1 ຄົນ ເຮືອນເປ່ເພ-ໄຫຼນ້ຳ 109 ຫຼັງ ຜົນຜະລິດເສຍຫາຍ ນາ 1.764 ເຮັກຕາ ສວນປູກເຂົ້າ 498 ເຮັກຕາ ໜອງປາ 271 ໜອງ ຄວາຍ 5 ໂຕ ງົວ 68 ໂຕ ແບ້ 148 ໂຕ ໝູ 18 ໂຕ ນອກນັ້ນ ຍັງມີເສັ້ນທາງ ລະບົບໄຟຟ້າໃຊ້ ພື້ນຖານໂຄງລ່າງການສຶກສາ ສາທາລະນະສຸກ ແລະອື່ນໆ ຊຶ່ງລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.
ໃນໂອກາດດຽວກັນ ຢູ່ສະໂມສອນໃຫຍ່ຂອງເມືອງເຊໂປນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳແກ່ອົງການປົກຄອງເມືອງເຊໂປນ ຜູ້ຕາງໜ້າເມືອງພີນ ເມືອງນອງ ແລະ ເມືອງວິລະບູລີ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງນີ້ ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ ມີຄວາມຕັດສິນໃຈ ແລະ ເສຍສະຫຼະສູງມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອປະ ຊາຊົນທີ່ຖືກຜົນກະທົບຢ່າງທັນການ ແລະ ໄດ້ຮັບຜົນດີພໍສົມຄວນ.
ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໃຫ້ຜູ້ເຂົ້າຮ່ວມ ກໍຄື ພາກສ່ວນ ແລະ ຂະ ແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງບັນຫາສຳຄັນ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຄວາມສະ ຫງົບ ບໍ່ໃຫ້ຄົນບໍ່ດີສວຍໂອກາດ ລັກເອົາວັດຖຸສິ່ງຂອງ ຂອງ ປະຊາຊົນ ສົມທົບກັນນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ທີ່ຈຳເປັນໄປຊ່ວຍເຫຼືອປະຊາຊົນ ເພື່ອແກ້ໄຂສຸກເສີນໃຫ້ທັນການ ແລະ ທົ່ວເຖິງ ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງປະຊາຊົນທີ່ຢູ່ໃນສູນພັກຊົ່ວຄາວຢ່າງໃກ້ຊິດຕິດແທດ ເພື່ອຮັບປະກັນດ້ານສຸຂາອະນາໄມ ປ້ອງກັນ ແລະ ປິ່ນປົວພະຍາດທີ່ອາດເກີດຂຶ້ນໃຫ້ທັນການ ໃຫ້ສືບຕໍ່ຕິດຕາມຂໍ້ມູນຂ່າວສານ ກ່ຽວກັບ ສະພາບດິນຟ້າອາກາດຢ່າງເປັນປົກກະຕິ ແລະ ມີແຜນຮອງຮັບກັບຜົນກະທົບທີ່ອາດເກີດຂຶ້ນໃຫ້ດີ ເນື່ອງຈາກປັດຈຸບັນ ຍັງຢູ່ໃນໄລຍະສ່ຽງ ທີ່ຈະເກີດມີພະຍຸພັດເຂົ້າມາອີກຮອບໃໝ່ ຄຽງຄູ່ກັບການຊ່ວຍ ເຫຼືອຈາກພາກສ່ວນຕ່າງໆ ໃຫ້ສືບຕໍ່ປຸກລະດົມປະຊາຊົນ ໃຫ້ມີຄວາມເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບັນດາສູນພັກຊົ່ວຄາວ ແລະ ການຟື້ນຟູຜົນກະທົບໃນຕໍ່ໜ້າ ໃຫ້ມີການ ຈັດຕັ້ງ ນຳພາ-ຄຸ້ມຄອງ ມີການຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີການແບ່ງຄວາມຮັບຜິດຊອບໃຫ້ທຸກພາກສ່ວນ ແລະ ປະຊາຊົນຄັກແນ່ ສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍຄວາມຕ້ອງການອັນຈຳເປັນຂອງປະຊາຊົນໃຫ້ລະອຽດ ເພື່ອສະດວກແກ່ການຊ່ວຍເຫຼືອ ແລະ ຟື້ນຟູຜົນກະທົບ ໄດ້ຮັບຜົນດີ.
ນອກຈາກນັ້ນ ຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການເຜີຕົວ ຫຼື ຖືເບົາເດັດຂາດ ໃນສະພາບທີ່ຍັງມີການແຜ່ລະ ບາດຂອງພະຍາດໂຄວິດ-19 ໃນບັນດາປະເທດ ແຜນການພັດ ທະນາໃນຕໍ່ໜ້າ ໃຫ້ເອົາໃຈໃສ່ນຳໃຊ້ທ່າ ແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ສົ່ງເສີມປະຊາຊົນເພີ່ມພູນຜະລິດຜົນໃຫ້ເປັນຂະບວນການກວ້າງຂວາງ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວໆ ໃຫ້ພ້ອມກັນປະຢັດມັດທະຍັດ ໂດຍຫຼຸດຜ່ອນການພົບປະສັງສັນ ການຈັດງານຕ່າງໆ ທີ່ໃຫຍ່ໂຕເກີນຄວາມຈຳເປັນ ເອົາໃຈໃສ່ສຶກສາອົບຮົມ-ສັ່ງສອນລູກຫຼານ ຊາວໜຸ່ມ-ເຍົາວະຊົນ ໃຫ້ເປັນຄົນຮູ້ຜູ້ດີ ບໍ່ໄປພົວພັນ ຫຼື ມົ່ວສຸມສິ່ງບໍ່ດີຕ່າງໆ ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະເທດໃຫ້ດີ ພ້ອມທັງຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ທີ່ສ້າງຄວາມປັ່ນປ່ວນໃນສັງຄົມ ຫວັງແບ່ງແຍກຄວາມສາມັກຄີພາຍໃນ ຫຼື ໃສ່ຮ້າຍປ້າຍສີ ທັບຖົມໂຈມຕີ ແລະ ຫວັງມ້າງເພລະບອບໃໝ່ຂອງພວກເຮົາ.
ການລົງພື້ນທີ່ ແລະ ຢ້ຽມຢາມປະຊາຊົນ ເມືອງເຊໂປນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນສົດໃຫ້ເມືອງເຊໂປນ ເມືອງພີນ ເມືອງນອງ ແລະ ເມືອງວິລະບູລີ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ລວມທັງໝົດ 500 ລ້ານກີບ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເມືອງເຊໂປນ ຄິດເປັນມູນຄ່າ ເກືອບ 300 ລ້ານກີບ ຕື່ມອີກ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ