ຫຼັງຈາກຮັບປະທານອີ່ມໃນແຕ່ລະວັນ ມີຂໍ້ຫ້າມທີ່ບໍ່ຄວນເຮັດ ຫຼື ຄວນຫຼີກລ່ຽງຢູ່ຫຼາຍປະການ ເພາະຈະສົ່ງຜົນເສຍຕໍ່ສຸຂະພາບໄດ້ ແລະ ນີ້ຄື 7 ສິ່ງທີ່ຄວນຫຼີກລ່ຽງຫຼັງຄາບອາຫານ ຫາກບໍ່ຢາກສ່ຽງຕໍ່ອາການເຈັບເປັນໃດໆ ເຊິ່ງເປັນຂໍ້ມູນດີໆຈາກເວັບໄຊປະເທດເພື່ອນບ້ານຄື:
1. ຢ່າສູບຢາທັນທີ
ປົກກະຕິ ການສູບຢາກໍບໍ່ມີຜົນດີຕໍ່ສຸຂະພາບຢູ່ແລ້ວ ເພາະສ່ຽງທີ່ເຮັດໃຫ້ເກີດພະຍາດຢ່າງຖົງລົມໂພງ ແລະ ມະເຮັງ ທັງນີ້ ຈາກຜົນການທົດລອງຂອງຜູ້ຊ່ຽວຊານ ພົບວ່າ ການສູບຢາຫຼັງອາຫານ ທຽບໄດ້ກັບການສູບຢາຍາມປົກກະຕິເຖິງສິບກອກ ເຊິ່ງເຮັດໃຫ້ມີໂອກາດເປັນພະຍາດມະເຮັງ ໄດ້ຫຼາຍຂຶ້ນອີກດ້ວຍ ສະນັ້ນ ຫຼັງກິນເຂົ້າສຳເລັດ ແນະນຳວ່າຢ່າຟ້າວສູບຢາທັນທີ.
2. ຢ່າດື່ມນ້ຳອັດລົມ ຫຼື ກິນໝາກໄມ້ທີ່ມີແກ໊ສຫຼາຍທັນທີ
ການດື່ມນ້ຳອັດລົມຫຼັງກິນອີ່ມ ຈະມີແກ໊ສຄາບອນໄດອອກໄຊ ທີ່ມາລົບກວນການຍ່ອຍຂອງອາຫານ ແລະ ການກິນໝາກໄມ້ທີ່ມີແກ໊ສຫຼາຍຫຼັງຄາບອາຫານ ກໍເປັນອີກສິ່ງທີ່ບໍ່ຄວນເຮັດ ເພາະຈະເຮັດໃຫ້ທ້ອງອືດ ທ້ອງເຟີ້ ແລະ ມີລົມໃນກະເພາະອາຫານ ຄວນເລືອກກິນເປັນໝາກໄມ້ຍ່ອຍງ່າຍ ເຊັ່ນ: ໝາກໂມ ໝາກກ້ຽງ ແລະ ຫຼີກລ່ຽງ ໝາກໄມ້ທີ່ມີແກ໊ສຫຼາຍ ເຊັ່ນ: ໝາກຖຸລຽນ.
3. ຢ່າດື່ມຊາທີ່ມີຄວາມເຂັ້ມຂຸ້ນຫຼາຍໆທັນທີ
ການດື່ມຊາທີ່ເຂັ້ມຂຸ້ນຫຼາຍໆ ຈະມີຜົນເຮັດໃຫ້ກະເພາະອາຫານດູດຊັບອາຫານໄດ້ໜ້ອຍລົງ ເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກຜິດປົກກະຕິ ເຊິ່ງຈະເຮັດໃຫ້ຖອກທ້ອງໄດ້ ທາງທີ່ດີຄວນຈະດື່ມຊາຫຼັງຮັບປະທານອາຫານໄປແລ້ວປະມານ 2-3 ຊົ່ວໂມງ ແລະ ເຄີຍມີງານວິໄຈລະບຸວ່າຄົນທີ່ຂາດທາດເຫຼັກ ອາດຈະຫຼີກລ່ຽງການດື່ມຊາທັນທີທີ່ກິນຢາທີ່ເສີມທາດເຫຼັກ.
4. ຢ່າກິນຫຼາຍເກີນຈົນຕ້ອງຍານສາຍແອວ ຫຼື ປົດກະດຸມ
ກິນໃຫ້ພໍດີ ແລະ ຫາກຮູ້ສຶກອີ່ມແລ້ວໃຫ້ເຊົາກິນ ຄວນເວັ້ນໄລຍະຫ່າງການກິນອາຫານໃນແຕ່ລະຄາບປະມານ 3 ຊົ່ວໂມງ ລໍຖ້າໃຫ້ອາຫານແຕ່ລະປະເພດຍ່ອຍສຳເລັດ ແລະ ຍ້າຍຈາກກະເພາະອາຫານໄປສູ່ບ່ອນອື່ນກ່ອນ ແລ້ວຄ່ອຍກິນຄາບຕໍ່ໄປ ຢ່າກິນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ຮູ້ສຶກບໍ່ສະບາຍທ້ອງ ຈຸກແໜ້ນ ທ້ອງອືດ ທ້ອງເຟີ້ ແລະ ຢ່າກິນຈຸກຈິກ ເພາະຈະເຮັດໃຫ້ເກີດພາວະອ້ວນໄດ້.
5. ຢ່າຟ້າວອາບນ້ຳຫຼັງກິນອີ່ມ
ຫຼາຍຄົນເຊື່ອວ່າຈະສົ່ງຜົນໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ ເຊິ່ງຖ້າຕ້ອງການອາບນ້ຳ ຄວນອາບຕອນທີ່ອາຫານເລີ່ມຍ່ອຍປະມານ 1-2 ຊົ່ວໂມງ ການອາບນ້ຳຫຼັງກິນເຂົ້າໃນບາງຄົນອາດເກີດອາການຈຸກ ຫຼື ມີຜົນເຮັດໃຫ້ທ້ອງອືດເລື້ອຍ ເຊິ່ງບໍ່ເປັນຜົນດີກັບຮ່າງກາຍເລີຍ ແລະ ການທີ່ທ້ອງອືດເລື້ອຍໆ ຍັງສົ່ງຜົນເຮັດໃຫ້ລຳໄສ້ອັກເສບໄດ້ງ່າຍອີກດ້ວຍ.
6. ຢ່າອອກກຳລັງກາຍທັນທີ
ການອອກກຳລັງກາຍ ຈຳເປັນຕ້ອງໃຊ້ພະລັງງານໃນຮ່າງກາຍຫຼາຍ ເຊິ່ງໃນຂະນະທີ່ກະເພາະກໍຍັງເຮັດການຍ່ອຍອາຫານຢູ່ ປະສິດທິພາບໃນການເຮັດວຽກທັງໝົດທຸກສ່ວນໃນຮ່າງກາຍ ຫາກເຮັດພ້ອມກັນແບບນີ້ບໍ່ດີແນ່ນອນ ສະນັ້ນ ຫຼັງກິນອາຫານຄວນພັກຜ່ອນເລັກນ້ອຍ ແລະ ບໍ່ຄວນອອກກຳລັງກາຍທັນທີ.
7. ຢ່ານອນທັນທີ
ການນອນທັນທີຫຼັງຮັບປະທານອາຫານສຳເລັດ ຈະເຮັດໃຫ້ເກີດລົມ ຫຼື ແກ໊ສໃນທາງເດີນອາຫານໄດ້ ແລະ ເຮັດໃຫ້ທ້ອງອືດ ອີກທັງຍັງເຮັດໃຫ້ເກີດກົດໄຫຼຢ້ອນໄດ້ອີກດ້ວຍ ສະນັ້ນ ຖ້າຈະນອນຄວນເວັ້ນໄລຍະເວລາຫຼາຍກວ່າ 3 ຊົ່ວໂມງຂຶ້ນໄປຫຼັງກິນອີ່ມ ຫຼື ຫາກິດຈະກຳທີ່ເຮັດໃຫ້ຮ່າງກາຍໄດ້ເຄື່ອນໄຫວ ເຊັ່ນ ການເຮັດວຽກເຮືອນຈັກເລັກໜ້ອຍ ເພື່ອກະຕຸ້ນການເຮັດວຽກຂອງລະບົບຢ່ອຍອາຫານ ແລະ ຊ່ວຍໃນການເຜົາຜານແຄລໍຣີ.
ຊາວບ້ານ – ນຳສະເໜີ