ກຽມເປີດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ທ້າຍເດືອນຕຸລານີ້

    ນະຄອນຫຼວງວຽງຈັນ (ນວ) ຈັດພິທີຖະແຫຼງຂ່າວການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ນວ ຂຶ້ນວັນທີ 23 ຕຸລາ 2020 ຢູ່ຫ້ອງການປົກຄອງ ນວ ຖະແຫຼງໂດຍສະຫາຍ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງ ນວ ມີສະຫາຍ ພູຂົງ ບັນນະວົງ ກຳມະການພັກ ຮອງເຈົ້າຄອງ ຫົວໜ້າແນກແຜນການ ແລະ ການລົງທຶນ ນວ ສະຫາຍ ພູວົງ ວົງຄຳຊາວ ກຳມະການພັກ ຫົວ ໜ້າຄະນະໂຄສະນາອົບຮົມ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ສະຫາຍ ສີຫຸນ ສິດທິລືໄຊ ກ່າວວ່າ: ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກ ນວ ຄັ້ງນີ້ ໂດຍນັບແຕ່ມີຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ພວກເຮົາໄດ້ເຊື່ອມຊືມ ແລະ ຜັນຂະຫຍາຍອອກເປັນນິຕິກໍາຂອງຕົນເອງ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລວມ ອະນຸກຳມະການແຕ່ລະດ້ານ ສ້າງແຜນການ ຕາຕະລາງເຄື່ອນໄຫວ ແລະ ແບ່ງງານກັນລົງຊີ້ນຳ-ນຳພາ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຢູ່ທົ່ວ ນວ ເຊິ່ງກ່ອນອື່ນໝົດ ໄດ້ນໍາພາເຮັດທົດລອງດຳເນີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານວຽງຈະເລີນ ແລະ ໜ່ວຍພັກຮາກຖານ ຫ້ອງການບໍລິຫານ-ຄຸ້ມຄອງ ພະແນກການເງິນ ແລ້ວຖອດຖອນບົດຮຽນໃຫ້ຄະນະບໍລິຫານງານພັກເມືອງ ກອງບັນຊາການ ຄະນະພັກຮາກຖານ ພະແນກການ ອົງການທຽບເທົ່າ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ ທົ່ວ ນວ. ຜົນການຈັດຕັ້ງປະຕິບັດ ມາຮອດເດືອນ 7/2019 ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ທຸກໜ່ວຍພັກຮາກຖານຂັ້ນບ້ານ ແລະ ມາຮອດເດືອນກັນຍາ 2020 ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ທຸກອົງຄະນະພັກເມືອງ ກອງບັນຊາການ ແລະ ຄະນະພັກ-ໜ່ວຍພັກຮາກຖານ ພະແນກການ-ຫ້ອງການທຽບເທົ່າ ແລ້ວກ້າວເຂົ້າສູ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກ ນວ ເປັນລຳດັບມາ.

    ກອງປະຊຸມໃຫຍ່ຜູ້ແທນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ອັນເປັນເຫດການການເມືອງໃຫຍ່ ແລະ ສຳຄັນຂອງທົ່ວອົງຄະນະພັກ ກໍຄືຊາວ ນວ ພວກເຮົາ ເຊິ່ງຈະໄດ້ພິຈາລະນາຮັບຮອງເອົາ 4 ບັນຫາສຳຄັນຄື: ພິຈາລະນາຮັບຮອງເອົາລາຍງານການເມືອງຂອງຄະນະບໍລິຫານງານພັກ ແລະ ພິຈາລະນາຕົກລົງທິດຊີ້ນຳ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ຂອງ ນວ ພິຈາລະນາຮັບຮອງເອົາຜົນການສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຊຸດທີ 6 ຜູ້ແທນກອງປະຊຸມໃຫຍ່ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວ ນວ 21.806 ສະຫາຍ ຈະໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມປ່ຽມ ເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່ (ຊຸດທີ VII) ແລະ ເລືອກຕັ້ງຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນໃນຄັ້ງນີ້ ເພື່ອໃຫ້ອົງຄະນະພັກ ແລະ ຊາວ ນວ ພ້ອມກັນນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ຢ່າງເປັນເອກະພາບ ມາຮອດປັດຈຸບັນນີ້ ເຫັນວ່າການກະກຽມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນມີຄວາມພ້ອມໝົດທຸກດ້ານແລ້ວ ເປັນຕົ້ນ: ດ້ານຂະບວນການ ໄດ້ຈັດຕັ້ງປະຕິບັດກັນມາຢ່າງຕໍ່ເນື່ອງ ນັບແຕ່ການກະກຽມຢູ່ຂັ້ນຮາກຖານພັກຂຶ້ນມາ ແລະ ເປັນຂະບວນການຟົດຟື້ນດີພໍສົມຄວນ ເດັ່ນກ່ວາໝູ່ແມ່ນຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂະບວນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນສົ່ງເສີມການຜະລິດ-ທຸລະກິດ ບັນລຸໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍໃນຫຼາຍປີຊ້ອນ ຂະບວນການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ໃນ 4 ຂົງເຂດ ຄື: ຂົງເຂດໂຍທາທິການ ແລະ ຂົນສົ່ງ ຂົງເຂດວັດທະນະທຳ-ທ່ອງທ່ຽວ ຂົງເຂດອຸດສະຫະກຳ-ການຄ້າ ຂົງເຂດໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ຂະບວນແກ້ໄຂປະກົດການຫຍໍ້ທໍ້ ແລະ ຂະບວນການສີ່ຫຼຸດສາມເພີ່ມຄື: ຫຼຸດບັນຫາຢາເສບຕິດ ຫຼຸດອຸບັດເຫດ ຫຼຸດອັກຄີໄພ ແລະ ຫຼຸດບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ເພີ່ມລາຍຮັບຂອງທຸກຄອບຄົວ ເພີ່ມຄວາມຮັບຜິດຊອບການເມືອງ ແລະ ເພີ່ມການປະສານງານ ແກ້ໄຂບັນຫາຕ່າງໆໃຫ້ວ່ອງໄວ ແລະ ຖືກກົດໝາຍ ຂະບວນການຫັນລົງກໍ່ສ້າງຮາກຖານການເມືອງຕາມ 3 ວິທີການ: ລົງຮາກຖານກັບທີ່ ລົງຕາມສາຍຕັ້ງ ແລະ ໃໝ່ໆມານີ້ ແມ່ນພວມໃຫ້ພະແນກການ-ອົງການຈຳນວນໜຶ່ງ ຫັນລົງຊ່ວຍເມືອງ ແລະ ບ້ານ. 

    ດ້ານບຸຄະລາກອນ: ພວກເຮົາກໍມີຄວາມພ້ອມ ໄດ້ດຳເນີນການທາບທາມມາຮອບ 3 ແລະ ໄດ້ດຳເນີນຊີວິດການເມືອງ ສໍາຫຼວດກວດກາການນຳພາຂອງຄະນະບໍລິຫານງານພັກຊຸດເກົ່າ (ຊຸດທີ VI) ທັງອັນລວມ ແລະ ສະເພາະເປັນລາຍບຸກຄົນ ເຫັນໄດ້ຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວຊີ້ນຳ ນຳພາ ຕະຫຼອດ 1 ສະໄໝຜ່ານມາ ຢ່າງລະອຽດ ຈະແຈ້ງ ແລະ ເປັນທິດທາງ ເປັນແບບແຜນນຳພາ ແລະ ວິທີເຮັດວຽກທີ່ດີໃຫ້ແກ່ຄະນະບໍລິຫານງານພັກຊຸດໃໝ່ ນຳໄປພິຈາລະນາ ໝູນໃຊ້ເຂົ້າໃນການນຳພາ ຊີ້ນໍາຕົວຈິງຂອງຕົນໃນຕໍ່ໜ້າ ທາງດ້ານເນື້ອໃນ: ພວກເຮົາກໍໄດ້ສຳເລັດທັງການກະກຽມຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025 ) ເຊິ່ງໄດ້ສັງລວມເອົາລວມຍອດ ໝາກຜົນແຫ່ງການຈັດຕັ້ງນຳພາປະຕິບັດມະຕິ ແລະ ແຜນພັດທະນາ 5 ປີ ຜ່ານມາ ກໍຄືທິດທາງຄາດໝາຍໃຫຍ່ ແລະ ໜ້າທີ່ຈຸດສຸມຂອງຄະນະພັກທຸກຂັ້ນ ແລະ ໄດ້ຈັດຕັ້ງການສໍາມະນາລະດົມຄຳຄິດຄຳເຫັນຢ່າງເລິກເຊິ່ງ ກວ້າງຂວາງ ອັນສຳຄັນແມ່ນພວກເຮົາໄດ້ມີຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ລົງມາຕິດຕາມ ແລະ ມີຄຳເຫັນແນະນຳຊ່ວຍພວກເຮົາ ໃນການກະກຽມຕັ້ງແຕ່ຫົວທີ ໂດຍສະເພາະແມ່ນ ຫ້ອງວ່າການສູນກາງພັກ ຄະນະຈັດຕັ້ງ ຄະນະກວດກາ ແລະ ຄະນະໂຄສະນາອົບຮົມສູນກາງພັກ. ຕີລາຄາໄດ້ວ່າ ມາຮອດເວລານີ້ ການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກ ນວ ແມ່ນມີຄວາມພ້ອມຮອບດ້ານ ຄາດຄະເນວ່າ ກອງປະຊຸມໃຫຍ່ຜູ້ແທນພວກເຮົາຈະໄດ້ໄຂຂຶ້ນໃນທ້າຍເດືອນຕຸລາ 2020 ນີ້ ສະນັ້ນ ຕາງໜ້າໃຫ້ຄະນະບໍລິຫານງານພັກ ກໍຄືສະຫາຍເລຂາຄະນະພັກ ນວ ຂໍຮຽກຮ້ອງມາຍັງສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ແລະ ຊາວ ນວ ທຸກທົ່ວໜ້າ ຈົ່ງເພີ່ມທະວີ ຮ່ວມແຮງຮ່ວມໃຈກັນ ຫັນໜ້າເຂົ້າສູ່ບັນຍາກາດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນຂອງຕົນຢ່າງເຕັມຮູບແບບ ແຂ່ງຂັນກັນສ້າງຜົນງານ ແລະ ຂະບວນການດ້ານຕ່າງໆໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ໂດຍສະເພາະແມ່ນສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານສຳຄັນທີ່ພວກເຮົາປະຕິບັດໃກ້ຈະສຳເລັດ ພ້ອມກັນນັ້ນ ກໍເຂົ້າຮ່ວມຂະບວນການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຂອງຕົນ ແລະ ຄວາມສະຫງົບສຸກຂອງບ້ານເມືອງຕົນ ໃຫ້ໄດ້ 100% ຈັດຕັ້ງການເຮັດອະນາໄມ ປະດັບປະດາ ຕິດທຸງ ພັກ ທຸງຊາດ ທຸງທິວ ແລະ ຄໍາຂວັນ ຄໍານັບຊົມເຊີຍກອງປະຊຸມຄັ້ງນີ້ໃຫ້ເປັນຂະບວນຟົດຟື້ນ.

                # ຂ່າວ & ພາບ: ລັດເວລາ

error: Content is protected !!