ປຸກລະດົມ

    ຄຳ​ກຳ​ມະ ແປ​ວ່າ ປຸກ​ໃຈ​ໃຫ້​ຮູ້, ຊັກ​ຊວນ ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ແຈ້ງ, ບອກ​ໃຫ້​ຮູ້, ເຂົ້າ­ໃຈ, ມີ​ສະ­ຕິ ເພື່ອ​ໃຫ້​ຮູ້​ຫຼື​ຕັດ­ສິນ​ໃຈ ເຂົ້າ​ຮ່ວມ… ແລະ ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັບ ຂົນ­ຂວາຍ ທີ່​ເປັນ​ຄຳ​ວິ­ຊາ​ການ ໂດຍ​ສະ­ເພາະ ໃນ​ຂົງ­ເຂດ​ກົດ­ໝາຍ, ການ​ປົກ­ຄອງ… ຈຶ່ງ​ພົບ​ເຫັນ​ມີ​ການ​ບັນ­ຍັດ​ໄວ້​ໃນ​ວັດ­ຈະ­ນາ­ນຸ­ກົມ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປັນ​ທາງ​ການ.

ຕົວ­ຢ່າງ:

  • ພັກ​ໄດ້​ປຸກ­ລະ­ດົມ​ປະ­ຊາ­ຊົນ​ທຸກ​ຊົນ­ເຜົ່າ ເຂົ້າ​ຮ່ວມ​ການ​ປະ­ຕິ­ວັດ.
  • ປຸກ­ລະ­ດົມ​ຊາວ​ໜຸ່ມ ເຂົ້າ​ຮ່ວມ​ການ​ພັດ­ທະ­ນາ​ສ້າງ­ສາ.
  • ລັດ­ຖະ­ບານ​ໄດ້​ປຸກ­ລະ­ດົມ​ມວນ​ຊົນ​ລາວ ໃຫ້​ສາ­ມັກ­ຄີ​ກັນ.
  • ທຸກ​ຄົນ​ຕ້ອງ​ມີ​ສະ­ຕິ ຕ້ານ​ການ​ປຸກ­ລະ­ດົມ​ຊວນ​ເຊື່ອ​ຂອງ​ສັດ­ຕູ.
  • ຕ້ອງ​ປຸກ­ລະ­ດົມ​ປະ­ຊາ­ຊົນ ເຮັດ​ການ​ຜະ­ລິດ​ກະ­ສິ­ກຳ​ລ້ຽງ­ສັດ​ໃຫ້​ຫຼາຍ.
  • ປຸກ­ລະ­ດົມ​ທຸກ​ຄົນ​ໃຫ້​ມີ​ສະ­ຕິ­ຊາດ​ສູງ ເພື່ອ​ຕ້ານ​ກັບ​ພະ­ຍາດ​ລະ­ບາດ.

ໂດຍ: ແສງ​ຈັນ ສຸກ​ຂະ​ເສມ

error: Content is protected !!