ມື້ນີ້ຂໍພາທ່ານຜູ້ອ່ານ ໄປຮູ້ຈັກກັບມາດຕະການຄວບຄຸມການຊື້-ຂາຍສັດປ່າຢູ່ຫວຽດນາມ ຄະດີຜົວທຳລາຍຮ່າງກາຍຂອງເມຍຢູ່ມາເລເຊຍ ແລະ ມາດຕະການຂອງ ສ ເກົາຫຼີ ເພື່ອຮັບປະກັນການເລືອກຕັ້ງໃນເດືອນ ເມສາ ປີນີ້.
ທີ່ ຫວຽດນາມ: ຂ່າວຕ່າງປະເທດໃນອາທິດທີ 2 ເດືອນກຸມພານີ້ ໃຫ້ຮູ້ວ່າ ທາງການຫວຽດນາມໄດ້ອອກຄຳສັ່ງໃຫ້ຫ້ອງການກະສິກຳຂອງບັນດາແຂວງ ແລະ ເມືອງ ໃນທົ່ວປະເທດເອົາໃຈໃສຕິດຕາມຄວບຄຸມການນຳເຂົ້າສັດປ່າ ທ່າມກາງການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ຫຼື ໂຄວິດ-19 ເພາະມີຄວາມເຊື່ອຢ່າງກວ້າງຂວາງວ່າ ເຊື້ອພະຍາດສາຍພັນນີ້ເກີດມາຈາກສັດປ່ານັ້ນເອງ ຈຸດທີ່ຕ້ອງເອົາໃຈໃສ່ຄວບຄຸມເປັນພິເສດຄືຕາມດ່ານ ແລະ ເສັ້ນທາງຢູ່ບໍລິເວນຊາຍແດນທີ່ມັກມີການລັກລອບນຳເຂົ້າສັດປ່າ ຄຳສັ່ງໄດ້ກຳນົດຫ້າມເດັດຂາດການນຳເຂົ້າອະໄວຍະວະ ຫຼື ສິ້ນສ່ວນສັດເພື່ອໃຊ້ເປັນສ່ວນປະສົມຂອງຢາປົວພະຍາດ ນອກຈາກນັ້ນ ທາງການຍັງໄດ້ແນະນຳໃຫ້ອຳນາດການປົກຄອງທ້ອງຖິ່ນເພີ່ມທະວີມາດຕະການຕິດຕາມກວດກາ ການຊື້-ຂາຍ ສັດປ່າທີ່ເອົາມາລ້ຽງ ນັບແຕ່ວິທີລ້ຽງ ແລະ ວິທີປຸງແຕ່ງ ທາງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກໍໄດ້ອອກຄຳສັ່ງແນະນຳໃຫ້ແຍກສັດປ່າ ທີ່ຕິດເຊື້ອພະຍາດຕິດແປດອອກ ເພື່ອປິ່ນປົວສະເພາະ.
ທີ່ ມາເລເຊຍ: ໃນທີ່ສຸດຜົວອຳມະຫິດທີ່ລົງໄມ້ລົງມືຕີເມຍ ກໍຖືກສານຕັດສິນຈຳຄຸກຢ່າງສະສົມເປັນເວລາ 10 ເດືອນ ເຫດຮ້າຍນີ້ເກີດຢູ່ເມືອງໂກຕາກິນາບາລູ ມາເລເຊຍ ຜົວຜູ້ກໍ່ເຫດ ຊື່ທ້າວ ເຈຣີ ໂບລິດ (jerry Boris) ອາຍຸ 34 ປີ ຂ່າວບອກວ່າການຕ່ອຍຕີເກີດຂຶ້້ນຍ້ອນຝ່າຍຜົວແຄ້ນເມຍ ທີ່ໄປຮ່ວມງານວັນເກີດຂອງພີ່ນ້ອງ ໂດຍບໍ່ຂໍອະນຸຍາດຈາກຜູ້ກ່ຽວກ່ອນ ຂໍ້ມູນກ່ຽວກັບການຜິດຖຽງ ແລະ ລົງໄມ້ລົງມືຕ່ອຍຕີເມຍຄັ້ງນີ້ ຖືກລັກບັນທຶກພາບໂດຍຄົນທີ່ຢູ່ເຮືອນໃກ້ກັນ ທ້າວ ເຈຣີ ໂບລິດ ກັບເມຍແຕ່ງດອງຢູ່ກິນນຳກັນມາເປັນເວລາ 9 ປີ ມີລູກນຳກັນ 4 ຄົນ ທັງສອງໄດ້ແຍກກັນຢູ່ໃນປີ 2019 ແຕ່ບໍ່ໄດ້ຢ່າຮ້າງ ຜົວໃຈອຳມະຫິດຄົນນີ້ຖືກຕັດສິນລົງໂທດຕາມກົດໝາຍອາຍາ ໝວດທີ 323 ວ່າດ້ວຍໂທດທີ່ເຮັດໃຫ້ຄົນອື່ນບາດເຈັບດ້ວຍເຈດຕະນາ ເຊິ່ງມີໂທດຕິດຄຸກສູງສຸດ 1 ປີ ຫຼື ຖືກປັບໃໝສູງສຸດ 2.000 ຣິງກິດ (ສະກຸນເງິນມາເລເຊຍ) ຫຼື ທັງຖືກໂທດຕິດຄຸກ ແລະ ຖືກປັບໃໝ.
ທີ່ ສ ເກົາຫຼີ: ຂ່າວຕ່າງປະເທດໃຫ້ຮູ້ວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 21 ຂອງ ສ ເກົາຫຼີຈະມີຂຶ້ນໃນເດືອນ ເມສາ ປີນີ້ ສ່ວນການຈົດທະບຽນຂອງຜູ້ມີສິດລົງສະໝັກຮັບເລືອກຕັ້ງນັ້ນໄດ້ມີຂຶ້ນແຕ່ວັນທີ 17 ທັນວາ 2019 ເພື່ອຮັບປະກັນຄວາມໂປ່ງໃສ ຂາວສະອາດຂອງການເລືອກຕັ້ງຄັ້ງນີ້ ທາງກອງກຳລັງເຈົ້າໜ້າທີ່ຕຳຫຼວດ ໄດ້ຮັບຄຳສັ່ງໃຫ້ທັບມ້າງທຸກການກະທຳທີ່ເປັນການລະເມີດກົດໝາຍ ວ່າດ້ວຍການເລືອກຕັ້ງ ໂດຍສະເພາະແມ່ນພຶດຕິກຳ ທີ່ຈະເຮັດໃຫ້ເກີດມີສະພາບຜິດປົກກະຕິໃນຂະບວນການເລືອກຕັ້ງ ຂ່າວບອກວ່າ ຫ້ອງການບັນຊາການຕຳຫຼວດຈຳນວນ 255 ແຫ່ງໃນທົ່ວປະເທດໄດ້ກຽມພ້ອມປະຕິບັດຄຳສັ່ງນີ້ແລ້ວ.