
ກະຊວງສາທາລະນະສຸກ ຈັດພິທີໄຂຂະບວນການສັກຢາວັກແຊງ ປ້ອງກັນພະຍາດມະເຮັງປາກມົດລູກ ໃຫ້ນັກຮຽນຍິງອາຍຸ 10-14 ປີ ຂຶ້ນວັນທີ 4 ມີນາ 2020 ຢູ່ໂຮງຮຽນສົມປັນຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພອນປະເສີດ ອຸນາພົມ ກ່າວວ່າ: ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກກະຊວງສາທາລະນະສຸກ ແລະ ວັນແມ່ຍິງສາກົນ ໃຫ້ມີບັນຍາກາດຟົດຟື້ນ ເຮັດໃຫ້ການສັກຢາວັກແຊງກັນພະຍາດຂອງເດັກຍິງອາຍຸ 10-14 ປີ ຄົບຕາມກຳນົດໃນທົ່ວປະເທດ ກະຊວງສາທາຈຶ່ງໄດ້ຮ່ວມກັບຄູ່ຮ່ວມພັດທະນາ ຈັດກິດຈະກຳໃຫ້ວັກແຊງປ້ອງກັນພະຍາດດັ່ງກ່າວ ເຊິ່ງເປັນປັດໄຈສຳຄັນທີ່ສາມາດປ້ອງກັນພະຍາດມະເຮັງປາກມົດລູກ ແລະ ຊ່ວຍຕັດວົງຈອນຂອງພະຍາດທີ່ເກີດໃນເພດຍິງ ເຊິ່ງເປັນໜຶ່ງວິທີໃນການປ້ອງກັນພະຍາດທີ່ມີປະສິດທິຜົນສູງ ເພື່ອສ້າງພູມຄຸ້ມກັນໃຫ້ເຂົາເຈົ້າໃຫ້ມີສຸຂະພາບແຂງແຮງ ເນື່ອງຈາກອີງຕາມການສຶກສາຂອງຄະນະແພດລາວໃນແຕ່ລະປີ ພົບວ່າແມ່ຍິງລາວໃນທົ່ວປະເທດມີອັດຕາການເກີດພະຍາດມະເຮັງປາກມົດລູກ 320 ຄົນ ໃນນີ້ ເສຍຊີວິດ 172 ຄົນ ແລະ ການເກີດພະຍາດດັ່ງກ່າວນັບມື້ມີອັດຕາທີ່ເພີ່ມຂຶ້ນ.
ພາຍຫຼັງໄດ້ໄຂຂະບວນການດັ່ງກ່າວ ຈາກນີ້ແຕ່ລະບ້ານຂອງນະຄອນຫຼວງວຽງຈັນ ແລະ ໂຮງຮຽນທົ່ວປະເທດ ກໍຈະປະຕິບັດຂະບວນການສັກຢາປ້ອງກັນພະຍາດມະເຮັງປາກມົດລູກ ເລີ່ມແຕ່ວັນທີ 10-20 ມີນາ 2020 ແລະ ຄາດວ່າຈະສາມາດໃຫ້ວັກແຊງໄດ້ 90-100% ຂອງແມ່ຍິງກຸ່ມເປົ້າໝາຍທົ່ວປະເທດ.